ຮອງນາຍົກລັດຖະມົນຕີຫງວຽນຊວນຟູກຕ້ອນຮັບຄະນະຜູ້ແທນຊົນເຜົ່າມີອິດທິພົນສື່ສຽງແຂວງບິ່ງທ້ວນ
ຮອງນາຍົກລັດຖະມົນຕີຫງວຽນຊວນຟູກຕ້ອນຮັບ
ຄະນະຜູ້ແທນຊົນເຜົ່າມີອິດທິພົນສື່ສຽງແຂວງບິ່ງທ້ວນ
(ພາບ: VGP/leson)
(vovworld) - ຕອນບ່າຍວັນທີ 6/8, ທີ່ການຕ້ອນຮັບ ຄະນະຜູ້ແທນຊົນເຜົ່າມີອິດທິພົນສື່ສຽງແຂວງບິ່ງທ້ວນ ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ຢືນຢັນວ່າ: ພັກ, ລັດຍາມໃດກໍເອົາໃຈໃສ່ເຖິງຊີວິດດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເວົ້າລວມ ແລະ ແຂວງ ບິ່ງທ້ວນ ເວົ້າສະເພາະ, ຍົກສູງລະດັບຄອງຊີບໃຫ້ປະຊາຊົນເທື່ອລະກ້າວ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີ ແລະ ສວຍງາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ສະເໜີການນຳແຂວງ ບິ່ງທ້ວນ ສືບຕໍ່ເອົາໃຈໃສ່ເຖິງຊີວິດດ້ານວັດຖຸ ແລະ ຈິດໃຈຢູ່ທ້ອງຖິ່ນຍິ່ງກ່ວາອີກ, ສ້າງເງື່ອນໄຂໃຫ້ລູກຫລານບືນຕົວຂຶ້ນໃນການດຳລົງຊີວິດ, ຮຳ່ຮຽນ ແລະ ທຳການຜະລິດ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍສະແດງຄວາມປາດຖະໜາຢາກໃຫ້ຜູ້ມີອິດທິພົນສື່ສຽງໃນບໍລິເວນແຂວງ ບິ່ງທ້ວນ ເສີມຂະຫຍາຍບົດບາດທີ່ສຳຄັນຂອງຕົນໃນປະຊາຄົມ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເປັນແບບຢ່າງທີ່ດີເດັ່ນ ເພື່ອໃຫ້ລຸ່ນລູກລຸ່ນຫຼານປະຕິບັດຕາມ.