ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສຳນັກຂ່າວສານລາວ
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສຳນັກຂ່າວສານລາວ
(ພາບ: VGP)
(vovworld) – ທີ່ການຕ້ອນຮັບຄະນະຜູ້ແທນສຳນັກຂ່າວສານ ລາວ ໃນຕອນບ່າຍວັນທີ 28/10, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງໝາກຜົນແຫ່ງການເຮັດວຽກລະຫວ່າງສຳນັກຂ່າວສານ ຫວຽດນາມ ແລະ ຄະນະຜູ້ແທນສຳນັກຂ່າວສານລາວ. ພ້ອມທັງຕີລາຄາສູງການຮ່ວມມືວິຊາສະເພາະລະຫວ່າງສຳນັກຂ່າວສານ 2 ປະເທດໃນຊຸມປີຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ອະນຸກຳມະການຮ່ວມມື ຫວຽດນາມ - ລາວ ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອສຶກສາ, ບຳລຸງສ້າງພາສາ ຫວຽດ ແລະ ພາສາລາວໃຫ້ນັກຮຽນ, ນັກສຶກສາ, ຖັນແຖວນັກຂ່າວລຸ້ນຕ່າງໆຂອງ 2 ປະເທດ ເພື່ອໃຫ້ 2 ຝ່າຍອາດຈະໜູນຊ່ວຍເຊິ່ງກັນ ແລະ ກັນໃນຂົງເຂດສື່ສານ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍສືບຕໍ່ຍົກສູງຄຸນນະພາບແຫຼ່ງຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ, ຍູ້ແຮງການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບການພົວພັນຮ່ວມມືພິເສດ ຫວຽດນາມ - ລາວ, ກ່ຽວກັບປະເທດຊາດ, ປະຊາຊົນຂອງແຕ່ລະປະເທດ ກໍ່ຄືກ່ຽວກັບສະພາບການເມືອງ - ເສດຖະກິດ - ສັງຄົມ ເປັນໜ້າສົນໃຈຢູ່ພາກພື້ນ ແລະ ຢູ່ໃນໂລກ.