ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ລາວ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ
(ພາບ: Hoàng Chương - TTXVN)
(vovworld) – ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານອະນຸກຳມະການຮ່ວມມື ຫວຽດນາມ - ລາວ, ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ໃນລະຫວ່າງວັນທີ 9 – 10/12. ຕອນບ່າຍວັນທີ 9/12, ພາຍຫຼັງໄປຮອດນະຄອນຫຼວງ ວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ແລະ ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລາວ ທອງລຸນ ສີສຸລິດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງໝາກຜົນແຫ່ງການຮ່ວມມືໃນທຸກຂົງເຂດລະຫວ່າງ 2 ປະເທດໃນໄລຍະຜ່ານມາ ແລະ ຢືນຢັນຢາກສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບລາວ ເພື່ອຍົກສູງປະສິດທິຜົນແຫ່ງການຮ່ວມມືຢ່າງບໍ່ຢຸດຢັ້ງ, ໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ບຳລຸງສ້າງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີ 2 ປະເທດສືບຕໍ່ເພີ່ມທະວີການພົວພັນຮ່ວມມືອັນດີງາມຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.
ທ່ານ ຫງວຽນຊວນຟຸກ ກໍ່ມີການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ. ຮອງນາຍົກລັດຖະມົນຕີ ທັງ 2 ທ່ານຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍ “ແຜນການສັງລວມປະຕິບັດວຽກງານປັກຫຼັກໝາຍຊາຍແດນ ແລະ ບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ ແລະ ລາວ” ແລະ “ຂໍ້ຕົກລົງຂັ້ນລັດຖະບານກ່ຽວກັບການແກ້ໄຂບັນຫາອົບພະຍົບຢ່າງເສລີ ແລະ ການສົມລົດຢ່າງຜິດກົດໝາຍໃນເຂດຊາຍແດນ ຫວຽດນາມ - ລາວ”, ເຫັນດີເປັນເອກະສັນສູ້ຊົນຜັນຂະຫຍາຍຮູບແບບກວດກາ “ປະຕູດຽວ” ຢູ່ດ່ານຊາຍແດນສາກົນ ລາວບ໋າວ - ແດນສະຫວັນ ແຕ່ວັນທີ 1/1/2015 ເປັນຕົ້ນໄປ….
ພາຍຫຼັງການເຈລະຈາ, ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ເຂົ້າຮ່ວມພິທີເປີດສະຫຼອງ, ມອບຮັບ, ນຳເຂົ້າໃຊ້ການໂຄງການ “ກໍ່ສ້າງສູນຫໍສະໝຸດ, ເອກະສານ ແລະ ສຳນັກງານເຮັດວຽກຂອງສະຖາບັນວິທະຍາສາດ - ສັງຄົມລາວ” ຢູ່ນະຄອນຫຼວງ ວຽງຈັນ.