ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP)
(vovworld) - ຕອນບ່າຍວັນທີ 04/12, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບຄະນະບໍລິຫານສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ປາດຖະໜາວ່າ, ໃນໄລຍະຈະມາເຖິງ ມີຫຼາຍມາດຖານພັດທະນາແບບຍືນຍົງໃນໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ຈະໄດ້ຫັນເປັນລະອຽດໃນບັນດາແຜນນະໂຍບາຍ, ນະໂຍບາຍ ກໍຄືການຊີ້ນຳນຳພາ, ບໍລິຫານຂອງລັດຖະບານ. ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລ້ວ, ຫວຽດນາມ ຫາກໍພ້ອມກັບ 11 ປະເທດອື່ນສຳເລັດການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ, ກໍຄືກ່ອນນີ້ ເມື່ອເຂົ້າເປັນສະມາຊິກຂອງອົງການການຄ້າໂລກ, ສະນັ້ນ, ຕ້ອງສືບຕໍປ່ຽນແປງ, ປ່ຽນໃໝ່ບັນດາຂົງເຂດໂດຍພື້ນຖານ ເພື່ອສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ອຳນວຍຄວາມສະດວກໃຫ້ວິສາຫະກິດພັດທະນາແບບຍືນຍົງ.