ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ
ຕ້ອນຮັບທ່ານ Szijjarto Peter
(ພາບ: VGP)
(vovworld) - ຕອນບ່າຍວັນທີ 12/01, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໄດ້ໃຫ້ການຕ້ອນຮັບທ່ານ Szijjarto Peter ລັດຖະມົນວ່າການກະຊວງການຕ່າງປະເທດ ແລະ ເສດຖະກິດກັບຕ່າງປະເທດ ຮຸງກາຣີ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຖືເປັນສຳຄັນການຕີລາຄາຂອງທ່ານ Szijjarto Peter ສຳລັບຄວາມມານະພະຍາຍາມພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຖືວ່າ: ການເຕີບໂຕດ້ານການຄ້າຂອງ 2 ປະເທດໃນຊຸມປີຜ່ານມາ ຍາມໃດກໍ່ຢູ່ໃນລະດັບສູງ, ແຕ່ 15 – 20%. ບັນດາການໜູນຊ່ວຍບ້ວງສິນເຊື່ອຂອງ ຮຸງກາຣີ ໄດ້ຊ່ວຍເຫຼືອ ຫວຽດນາມ ປະຕິບັດບາງໂຄງການສຳຄັນ, ໃນນັ້ນ ມີໂຄງການໂຮງໝໍມະເຮັງຄໍໜຽງ ເກີນເທີ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ປາດຖະໜາວ່າ ຮຸງກາຣີ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ປະຕິບັດບັນດາໂຄງການ ເຊິ່ງ 2 ຝ່າຍມີຄວາມຕ້ອງການຮ່ວມມືດ້ວຍແຫຼ່ງບຸລິມະສິດສູງ. ກ່ຽວກັບໂຄງການຂໍ້ມູນພົນລະເມືອງ (ພວມໄດ້ຮັບການໜູນຊ່ວຍຈາກ ຮຸງກາຣີ ເພື່ອປະຕິບັດທົດລອງຢູ່ນະຄອນ ຫາຍຟ່ອງ), ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: ຮຸງກາຣີ ສາມາດຮ່ວມມືກັບຝ່າຍ ຫວຽດນາມ ຕາມຮູບການຄູ່ຮ່ວມມືພາກລັດ-ເອກະຊົນ ເພື່ອປະຕິບັດໃຫ້ມີປະສິດທິຜົນສູງສຸດ.