ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມກຳລັງທະຫານເຂດ 5


ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມກຳລັງທະຫານເຂດ 5 - ảnh 1
ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໂອ້​ລົ​ມກັບ​ພະ​ນັກ​ງານ, ນາຍ​ທະ​ຫານກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 5

(vovworld)- ຕອນ​ບ່າຍ​ວັນ​ທີ 15/10, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້​ລົງຢ້ຽມ​ຢາມ ແລະ ໂອ້​ລົ​ມກັບ​ພະ​ນັກ​ງານ, ນາຍ​ທະ​ຫານກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 5 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ກຳ​ລັງ​ທະ​ຫານ​ເຂດ 5 (16/10). ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຢືນ​ຢັນ​ບົດ​ບາດ​ອັນ​ໃຫຍ່ຫຼວງ​ຂອງກອງ​ທັບ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກ​ິດ-ສັງ​ຄົມ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາ​ດ, ເປັນ​ເຈົ້າ​ຕົນ​ເອງ, ເສ​ລີ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ ກຳ​ລັງ​ທະ​ຫານ​ເຂດ 5 ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ກຽມ​ພ້ອມ​ສູ້​ຮົບ​, ເດັດ​ດຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງຊາດ.

 

ຂ່າວ/ບົດ​ອື່ນ