ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍ ຮຽກຮ້ອງ ໃຫ້ແຂວງດັກລັກປົກປັກຮັກສາປ່າໃຫ້ເປັນຢ່າງດີ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍ ຮຽກຮ້ອງ ໃຫ້ແຂວງດັກລັກປົກປັກຮັກສາປ່າໃຫ້ເປັນຢ່າງດີ - ảnh 1
(ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍ
ຮຽກຮ້ອງໃຫ້ແຂວງດັກລັກປົກປັກຮັກສາປ່າໃຫ້ເປັນຢ່າງດີ)


(vovworld) – ​​​​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານຢູ່​ບັນດາແຂວງ​ໄຕ​ຫງວຽນ, ຕອນ​ເຊົ້າ​ວັນ​ທີ 9/4, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງຫາຍ ​ໄດ້​ມີການເຮັດ​ວຽກ​ກັບ​ບໍລິສັດ​ປ່າ​ Krong Bong ຈຳກັດ​ຜູ້​ດຽວ, ຢູ່​ເມືອງ​ຫ່າງ​ໄກ​ສອກ​ຫຼິກ Krong Bong, ​ແຂວງ​ດັກ​ລັກ ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ປ່າ​. ທ່ານ​ຮອງນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້ລະດົມ​ກຳລັງ​ໃຈ​ບໍລິສັດ​ປ່າ​ໄມ້ Krong Bong ​ສືບ​ຕໍ່​ເສີມ​ຂະຫຍາຍ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ເປັນ​ເຈົ້າ​ຕົນ​ເອງ ​ເພື່ອ​ປະຕິບັດ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ປ່າ​ ​ເປັນ​ຢ່າງ​ດີ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ​ໄດ້ຊີ້​ນຳ​ອຳນາດ​ການ​ປົກຄອງ ​ແລະ ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຢູ່​ແຂວງ​ດັກ​ລັກ ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ປະກ​ອບສ່ວນ​ໃນ​ການ​ປົກ​ປັກ​ຮັກສາ​ປ່າ​ ​ໃຫ້​ຫດີກ​ວ່າ​ອີກ.

ຂ່າວ/ບົດ​ອື່ນ