ຮອງນາຍົກລັດຖະມົນຕີເວືອງດິ່ງເຫວ້ ຕີລາຄາສູງການເພີ່ມຂຶ້ນອັດຕາສ່ວນຜະລິດຕະພັນພາຍໃນຂອງ Samsung ຢູ່ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 16 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໄດ້ຕ້ອນຮັບ ທ່ານ Shim Wonhwan, ຜູ້ອຳນວຍການໃຫຍ່ໜ່ວຍປະສົມ Samsung ຫວຽດນາມ.

ຮອງນາຍົກລັດຖະມົນຕີເວືອງດິ່ງເຫວ້ ຕີລາຄາສູງການເພີ່ມຂຶ້ນອັດຕາສ່ວນຜະລິດຕະພັນພາຍໃນຂອງ Samsung ຢູ່ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫວ້ ຕ້ອນຮັບທ່ານ Shim Wonhwan

(ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຕີລາຄາສູງໂຄງການພັດທະນາວິສາຫະກິດສະໜອງ, ສ້າງເງື່ອນໄຂພັດທະນາອຸດສາຫະກຳສຳຮອງຂອງ ຫວຽດນາມ, ເພີ່ມອັດຕາສ່ວນຜະລິດຕະພັນພາຍໃນຂອງ Samsung ຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ສະເໜີ Samsung ຕັ້ງໜ້າຜັນຂະຫຍາຍການລົງທຶນໃນບັນດາຜະລິດຕະພັນໃຫ້ຖືກຕ້ອງຕາມແຜນການ, ຂັ້ນຕອນທີ່ໄດ້ຄາດຄະເນແລ້ວຢູ່ບັນດາທ້ອງຖິ່ນທີ່ມີໂຄງການ, ຜັນຂະຫຍາຍໂຄງການສູນຄົ້ນຄວ້າການພັດທະນາຢູ່ ຫວຽດນາມ ໂດຍໄວ.

        ສ່ວນ ທ່ານ Shim Wonhwan ໃຫ້ຮູ້ວ່າ Samsung ໄດ້ສ້າງລາຍລະອຽດ ເພື່ອແນໃສ່ຝຶກອົບຮົມໃຫ້ວິສາຫະກິດ ຫວຽດນາມ ກາຍເປັນນັກສະໜອງຂອງຕົນເອງດ້ວຍການຈັດຕັ້ງບັນດາກອງປະຊຸມສຳມະນາ, ງານວາງສະແດງອຸດສາຫະກຳສຳຮອງເພື່ອຊອກຫາວິສາຫະກິດສະໜອງ.

ຕອບກັບ

ຂ່າວ/ບົດ​ອື່ນ