ຮອງປະທານຄະນະພັກການທະຫານສູນກາງ ສປປ ເກົາຫຼີ ຢ້ຽມຢາມ ຈີນ

ຮອງປະທານຄະນະພັກການທະຫານສູນກາງ ສປປ ເກົາຫຼີ ຢ້ຽມຢາມ ຈີນ - ảnh 1
ທ່ານ Jang Song – thaek ໃນການຢ້ຽມຢາມ ປັກກິ່ງ
(ພາບ: AP)

(vovworld) - ສຳ​ນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (ຫຼື KCNA) ​ໃຫ້​ຮູ້​ວ່າ, ວັນ​ທີ 13/8, ມີ​ຄະນະ​ເຈົ້າ​ໜ້າ​ທີ່ ສປປ ​ເກົາຫຼີ ​ໄດ້​ໄປ​ຍັງ ປັກ​ກິ່ງ ​ເພື່ອ​ປຶກສາ​ຫາລືກັບ​ບັນດາ​ເຈົ້າ​ໜ້າ​ທີ່​ປະ​ເທດ​ເຈົ້າພາບ​ກ່ຽວ​ກັບ​ຮ່າງ​ເອກະສານ​ຮ່ວມ​ມື​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ 2 ​ແຫ່ງ ຢູ່ ສປປ ​ເກົາຫຼີ. ນຳ​ໜ້າ​ຄະນະ​ເຈົ້າ​ໜ້າທີ່ ສປປ ​ເກົາຫຼີ ​ແມ່ນ​ທ່ານ Jang Song – thaek, ຮອງ​ປະທານ​ຄະນະ​ພັກ​ການ​ທະ​ຫານ​ສູນ​ກາງ ສປປ ​ເກົາຫຼີ. ​ແລະ ຄາດ​ວ່າ, 2 ຝ່າຍ​ຈະ​ດຳ​ເນີນ​ຮອບ​ເຈລະຈາ​ທີ 3 ກ່ຽວ​ກັບ​ແຜນການ​ພັດທະນາ​ເຂດ​ເສ​ຖະກິດ - ການ​ຄ້າ Rason ຢູ່​ທາງ​ເໜືອ​ສຸດ​ຂອງ​ແຫຼມ ​ເກົາຫຼີ ​ແລະ ​ເຂດ​ເສດຖະກິດ Hwanggumphyong – Wihwado, ທີ່​ຕິດ​ກັບ​ຊາຍ​ແດນ ຈີນ.

ຕາມ​ສຳນັກ​ຂ່າວສານ Yonhap ຂອງ ສ ​ເກົາຫຼີ ​ແລ້ວ, ຈີນ ມີ​ແຜນການ​ລົງ​ທຶນ 3 ຕື້ USD ​ເພື່ອ​ພັດທະນາ​ເຂດ​ເສດຖະກິດດານ​ຊາຍ​ແດນ Hwanggumphyong – Wihwado ​​​ແນ​ໃສ່​ຊ່ວຍ ສປປ ​ເກົາຫຼີ ຟື້ນ​ຟູ​ພື້ນຖານ​ເສດຖະກິດ​ເທື່ອລະ​ກ້າວ ທີ່​ພວມ​ປະ​ເຊີ​ນໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ຍ້ອນ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ທີ່​ແກ່​ຍາວ​ຂອງ ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ.

ຂ່າວ/ບົດ​ອື່ນ