ຮອງປະທານສະພາແຫ່ງຊາດຫງວຽນທິກີມເງິນສືບຕໍ່ການຢ້ຽມຢາມແລະເຮັດວຽກຢູ່ຍີ່ປຸ່ນ

ຮອງປະທານສະພາແຫ່ງຊາດຫງວຽນທິກີມເງິນສືບຕໍ່ການຢ້ຽມຢາມແລະເຮັດວຽກຢູ່ຍີ່ປຸ່ນ - ảnh 1
(ທີ່ກອງ​ປະຊຸມ​ສຳ​ມະ​ນາ )

(vovworld) – ​ວັນ​ທີ 27/8, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ Yasuhisa Shiozaki ​ລັດຖະມົນຕີ​ວ່າການກະຊວງສາທາລະນະ​ສຸກ, ​ແຮງ​ງານ ​ແລະ ສະຫວັດ​ດີກາ​ນ ຍີ່ປຸ່ນ. ທີ່​ການ​ຕ້ອນຮັບທ່ານ​ Yasuhisa Shiozaki ລັດຖະມົນຕີ​ກະຊວງສາທາລະນະ​ສຸກ, ​ແຮງ​ງານ ​ແລະ ສະຫວັດ​ດີກາ​ນ ຍີ່ປຸ່ນ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ປາດ​ຖະໜາ​ວ່າ: ຍີ່​ປຸ່ນ ສືບ​ຕໍ່​​ຮັບນັກ​ເຝິກ​ງານ, ນັກພະຍາບານ ຫວຽດນາມ ມາ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ 2 ປະ​ເທດ ​ແລະ ພາລະກິດ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

        ສ່ວນ​ທ່ານ Yasuhisa Shiozaki ລັດຖະມົນຕີ​ວ່າການກະຊວງສາທາລະນະ​ສຸກ, ​ແຮງ​ງານ ​ແລະ ສະຫວັດ​ດີກາ​ນ ຍີ່ປຸ່ນ ​ເນັ້ນ​ໜັກ​ວ່າ: ຍີ່ປຸ່ນ ຈະ​ຮ່ວມ​ມື ​ແລະ ຮັບ​​ເອົາບັນດາ​ຂໍ້​ສະ​ເໜີ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​​ບັນດາ​ບັນຫາ​ໃນ​ຂົງ​ເຂດ ຊຶ່ງ​ທ່ານ​ຄຸ້ມຄອງ​ໂດຍ​ກົງ. ທ່ານ​ລັດຖະມົນຕີ ກໍ​​ໃຫ້ຄຳ​ໝັ້ນ​ສັນຍາຈະສືບ​ຕໍ່​ຊຸກຍູ້​ການ​ຮັບ​ເອົານັກ​​ເຝິກ​ງານ ຫວຽດນາມ ມາ​​ຮ່ຳຮຽນ ​ແລະ ​ເຮ​ັດວຽກ​ຢູ່ ຍີ່​ປຸ່ນ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽ​ນທິກີ​ມ​ເງິນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ “ພັດທະນາ​ເສດຖະກິດ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດຂອງ ຫວຽດນາມ” ​ໂດ​ຍກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ​ ສົມທົບ​ກັບ​ອົງການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ສາກົນ ຍີ່ປຸ່ນ (IM) ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ ​ວຽກ​ງານ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ສຸດ ບຳລຸງ​ສ້າງ​ຖັນ​ແຖວກຳມະກອນ​ເຕັກ​ນິກມີ​ສີ​ມື​ສູງ, ​ມີລະບຽບວິໃນ ແລ​ະ ​ເປັນ​ເຈົ້າ​ການນຳ​ໃຊ້​​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝທີ່​ສຸດ. ​ເພາະ​ສະ​ນັ້ນ, ​ໃນ​ການ​ຮ່ວມ​ມື​ກັບ ຍີາປຸ່ນ, ຫວຽດນາມ ຍາມ​ໃດ​ກໍ​ຕີ​ລາຄາ​ສູງ ​ແລະ ຖື​ ​ບັນຫາ​ການ​ຮ່ວມ​ມື​ບຳລຸງ​ສ້າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ແມ່ນສຳຄັນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ