ຮອງປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມ“ຊຸມວັນຫວຽດນາມຢູ່ແດນມາກ”
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ແລະ
ທ່ານ Esben Lunde Larsen, ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ສະບຽງອາຫານແດນມາກ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 07/10, ຢູ່ນະຄອນຫຼວງ Copenhagen, ປະເທດແດນມາກ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ໄດ້ມີການເຮັດວຽກກັບທ່ານ Esben Lunde Larsen, ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ສະບຽງອາຫານແດນມາກ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາຢາກລົງນາມ ແລະ ຜັນຂະຫຍາຍສັນຍາການຄ້າເສລີກັບ EU ໂດຍໄວ, ຈາກນັ້ນ ພັດທະນາ ແລະ ເປີດກວ້າງການພົວພັນລະຫວ່າງຫວຽດນາມ - EU ເວົ້າລວມ, ຫວຽດນາມ - ແດນມາກ ເວົ້າສະເພາະກວ່າອີກ. ທ່ານນາງຮອງປະທານສະພາແຫ່ງຊາດ ປາດຖະໜາຢາກໃຫ້ລັດຖະບານແດນມາກ ໜູນຊ່ວຍຫວຽດນາມ ໃນບັນຫາການວາງແຜນຜັງ, ຮັບປະກັນຄວາມກົມກ່ຽວກັບສິ່ງແວດລ້ອມ ເມື່ອພັດທະນາກະສິກຳ. ທ່ານຮອງປະທານສະພາແຫ່ງຊາດ ໄດ້ເນັ້ນໜັກເຖິງລັກສະນະມີປະສິດທິຜົນ, ວິທະຍາສາດຂອງບັນດາໂຄງການລົງທຶນ, ການໜູນຊ່ວຍຂອງແດນມາກ ຢູ່ຫວຽດນາມ ໃນຫຼາຍຂົງເຂດຄື: ການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ.
ພາຍຫຼັງການພົບປະ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ແລະ ທ່ານລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ສະບຽງອາຫານແດນມາກ Esben Lunde Larsen ພ້ອນກັນເຂົ້າຮ່ວມເວທີປາໄສຮ່ວມມືດ້ານເສດຖະກິດຫວຽດນາມ - ແດນມາກ, ດ້ວຍຫົວຂໍ້ວ່າ “ກາລະໂອກາດ ແລະ ແງ່ຫວັງຊຸກຍູ້ການລົງທຶນດ້ານການຄ້າຫວຽດນາມ - ແດນມາກ”.
ຕອນຄ່ຳວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງການພົວພັນລະຫວ່າງຫວຽດນາມ - ແດນມາກ ຢູ່ນະຄອນຫຼວງ Copenhagen.