ຮອງປະທານາທິບໍດີອິນເດຍ ຢ້ຽມຢາມນະຄອນໂຮ່ຈິມິນ

ຮອງປະທານາທິບໍດີອິນເດຍ ຢ້ຽມຢາມນະຄອນໂຮ່ຈິມິນ - ảnh 1
ທ່ານ​ເລ​ຮວ່າງ​ກວນ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​
ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ
(ພາບ: vietnamplus.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 16/01, ຢູ່ທຳນຽບ​ເອກະ​ພາບ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮວ່າງ​ກວນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ Mahammad Hamid Ansari ທີ່​ພວມ​ຢ້ຽມຢາມ​ຫວຽດນາມ ຢ່າງ​​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານາທິບໍດີອິນ​ເດຍ ​ໄດ້​ເນັ້ນ​ໜັກວ່າ ​ໃນການ​ພົວພັນ​ລວມລະຫວ່າງ 2 ປະ​ເທດ, ນະຄອນ​ໂຮ່ຈິ​ມິນ ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ຍ້ອນ​ນະຄອນມີ​ການ​​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ມີ​ເງື່ອນ​ໄຂ​ຫຼາຍ​ຢ່າງເພື່ອ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ບໍ່​ສະ​ເພາະ​ແຕ່​ດ້ານ​ເສດຖະກິດ, ການ​ຄ້າ​ເທົ່າ​ນັ້ນ ຫາກ​ທັງງ​ດ້ານ​ວັດທະນະທຳ, ສຶກສາ​ອີກ​ດ້ວຍ. ຕາມ​ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ ​ແລ້ວ, ອິນ​ເດຍ ​ເຄົ້າ​ລົບ​ນັບຖືບັນດາ​ນະ​ໂຍບາຍ​ຂອງ​ນະຄອນ​​ໂຮ່ຈິ​ມິນ ເວົ້າ​ສະ​ເພາະ ​ ​ແລະ ຫວຽດນາມ ເວົ້າ​ລວມໃນ​ວຽກ​ງານ​ ຫຼຸດຜ່ອນ​ຄວາມທຸກ​ຍາກສຳ​ເລັດ, ການ​ສຶກສາ​ພາກ​ບັງຄັບ ​ແລະ ຮັບປະກັນ​ຊີວິດ​ສັງຄົມ.

ຂ່າວ/ບົດ​ອື່ນ