(vovworld) – ຕອນເຊົ້າວັນທີ 8/5, ຢູ່ຮ່າໂນ້ຍ, ອົງຄະນະພັກກຸ່ມບັນດາອົງການສູນກາງ ໄດ້ຈັດຕັ້ງຮອບຊິງຊະລະເລີດການເສັງບັນນະຍາຍ “ແນວຄິດໂຮ່ຈີມິນ ກ່ຽວກັບຄຸນສົມບັດລັດຖະການ” ເນື່ອງໃນໂອກາດສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2013). ບົດບັນລະຍາຍ 9 ບົດຂອງບັນດາຜູ້ເຂົ້າຮ່ວມການເສັງໄດ້ໄຈ້ແຍກຢ່າງເລິກເຊິ່ງ, ເຮັດແຈ້ງເນື້ອໃນແນວຄິດ ຂອງປະທານ ໂຮ່ຈີມິນ ກ່ຽວກັບຄຸນສົມບັດລັດຖະການ, ພິເສດແມ່ນຄຸນສົມບັດ, ແບບແຜນດຳລົງຊີວິດ “ດຸໝັ່ນຂະຫຍັນພຽນປະຢັດ, ມັດທະຍັດ, ຊື່ກົງ, ບໍລິສຸດ, ທ່ຽງທຳ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ” ແລະ ເລື່ອງນຳໃຊ້ບັນດາແນວຄິດນັ້ນເຂົ້າໃນວິວັດການຝຶກຝົນຫຼໍ່ຫຼອມຕົນເອງກໍ່ຄືເລື່ອງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ. ທ່ານ ເຈີນຮົ່ງຮ່າ, ຮອງເລຂາຄະນະພັກກຸ່ມບັນດາອົງການສູນກາງ, ໃຫ້ຮູ້ວ່າ:
“ການເສັງບັນລະຍາຍເພື່ອແນໃສ່ສືບຕໍ່ໂຄສະນາເຜິຍແຜ່ຢ່າງເລິກເຊິ່ງ ແລະ ກ້ວາງຂວາງເລື່ອງຮຳ່ຮຽນ ແລະ ປະຕິບັດຕາມແນວຄິດ, ແບບຢ່າງຄຸນສົມບັດ, ແບບແຜນດຳລົງຊີວິດຂອງເພິ່ນໃນຄະນະພັກທຸກຂັ້ນ, ປະກອບສ່ວນສ້າງການຫັນປ່ຽນ ຢ່າງແຮງກ່ຽວກັບການຝຶກຝົນຫຼໍ່ຫຼອມຄຸນສົມບັດ, ແບບແຜນດຳລົງຊີວິດ, ພິເສດແມ່ນຄຸນສົມບັດລັດຖະການ, ສະຕິການຈັດຕັ້ງປະຕິບັດວິໄນ ແລະ ຈິດໃຈຄວາມຮັບຜິດຊອບໃນວຽກງານຂອງພະນັກງານ, ສະມາຊິກພັກ, ກຳມະກອນ, ລັດຖະກອນ ແລະ ມະຫາຊົນໃນບັນດາອົງການສູນກາງ. ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການເມືອງຂອງອົງຄະນະພັກກຸ່ມບັນດາອົງການສູນກາງໃນສະພາບການໃໝ່”