ຮ່າ​ໂນ້ຍ ແລະ ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ

(VOVWORLD) -ວັນທີ 20 ມີນາ, ທີ່ການເຮັດວຽກກັບທ່ານ Tetsuo Konaka, ຫົວໜ້າຜູ້ຕາງໜ້າຫ້ອງ ການ JICA (ອົງການຮ່ວມມືສາກົນຍີ່ປຸ່ນ) ປະຈຳຫວຽດນາມ, ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຢັ້ງຢືນວ່າ ບັນດາໂຄງການລົງທຶນຈາກຕ່າງປະເທດ ແລະ ມີແຫຼ່ງທຶນ ODA ຈາກຍີ່ປຸ່ນ ມີບົດບາດສຳຄັນສຳລັບການພັດທະນາເສດຖະກິດຂອງ ຫວຽດນາມ ແລະ ຮ່າໂນ້ຍ.
ຮ່າ​ໂນ້ຍ ແລະ ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ - ảnh 1ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ການຕ້ອນຮັບທ່ານ Tetsuo Konaka, ຫົວໜ້າຜູ້ຕາງໜ້າຫ້ອງ ການ JICA (ພາບ: hanoi.gov.vn)

ຍົກອອກທັດສະນະທີ່ຖືວ່າ ພື້ນຖານເສດຖະກິດ 10 ປະເທດແຖວໜ້າໂລກລວມມີ ຍີ່ປຸ່ນ, ເມື່ອຖືກຜົນສະທ້ອນຈາກໂລກລະບາດ Covid – 19 ຈະສົ່ງ ຜົນກະທົບເຖິງເສດຖະກິດ ຂອງ ຫວຽດນາມ, ໃນນັ້ນມີຮ່າໂນ້ຍ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ມີຄວາມປາດຖະໜາວ່າ ສອງຝ່າຍຈະມານະພະຍາຍາມຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາໂຄງການ, ເພື່ອແນໃສ່ປັບປຸງການພົວພັນຮ່ວມມືລະຫວ່າງສອງຝ່າຍ, ຫຼຸດຜ່ອນບັນດາຜົນ ເສຍຫາຍ ຈາກໂລກລະບາດ Covid – 19.

ສ່ວນທ່ານ Tetsuo Konaka ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ລັດຖະບານ ຫວຽດນາມ ແລະ ອຳນາດການປົກຄອງຮ່າໂນ້ຍໃນການສະກັດກັ້ນໂລກລະບາດ ແລະ ຖືວ່າປະສິດທິຜົນທີ່ຫວຽດນາມບັນລຸໄດ້ໃນປັດຈຸບັນ ຍັງດີກ່ວາຂອງຍີ່ປຸ່ນອີກດ້ວຍ. ທ່ານ Tetsuo Konaka ກໍ່ຖືວ່າການນຳໃຊ້ແຫຼ່ງທຶນ ODA ຂອງ ຍີ່ປຸ່ນຢູ່ຮ່າໂນ້ຍໃນໄລຍະທີ່ຜ່ານມາ ບັນລຸໄດ້ໝາກຜົນ ຫຼາຍຢ່າງ ແລະ ໃຫ້ຂໍ້ສັງເກດວ່າ ເມື່ອໂຄງການເຂດເຕັກໂນໂລຢີສູງ ຮ່ວາລາກ ໄດ້ຮັບການກໍ່ສ້າງສົມບູນ, ຮ່າໂນ້ຍຈະມີກາລະໂອກາດຫຼາຍຢ່າງໃນການ ດຶງດູດແຫຼ່ງເງິນລົງທຶນຈາກບັນດາບໍລິສັດເຕັກໂນໂລຢີຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ