ເກຼກ ເລີ່ມຕົ້ນການ ເລືອກຕັ້ງທົ່ວປະເທດ ທີ່ມີລັກສະນະຕັດສິນ

ເກຼກ ເລີ່ມຕົ້ນການ ເລືອກຕັ້ງທົ່ວປະເທດ ທີ່ມີລັກສະນະຕັດສິນ - ảnh 1

(ພາບ:viet.rfi.fr)

( vovworld ) –  ວັນ​ທີ 17/6: ບັນດາ​ສະຖານ​ທີ່​ປ່ອນ​ບັດ​ໃນ​ທົ່ວ​ປະ​ເທດ​ເກຼກ ​ໄດ້​ເປີດ​ປະຕູ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ ​ທີ່​ຖືກ​ຈັດຕັ້ງຂຶ້ນ​ຄືນ​ໃໝ່ ດ້ວຍຄວາມ​ໝາຍ​ຕັດສິນ​ສິຂາດ ຊື່​ງຕາມ​ນັ້ນ​ແລ້ວ ປະ​ເທດ​ນີ້​ຈະ​ສືບ​ຕໍ່​ບັນດາ​ມາດ​ຕະການ​ຮັດ​ເຂັມຄັດ ຫລື​ຖອນ​ອອກຈາກ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ (eurozone). ຜູ້​ມີ​ສິດ​ເລືອກ​ຕັ້ງ​ເກຼກ ປະມານ 9,8 ລ້ານ​ຄົນ ​ໄປ​ປ່ອນ​ບັດ​ໃນ​ການເລືອກ​ຕັ້ງທີ່​ຄາດ​ວ່າ​ຈະ​ແມ່ນ​ການ​ຊ່ວງ​ເສັງ​ຢ່າງ​ເຄັ່ງ​ຕຶງ​ລະຫວ່າງ​ພັກ​ປະຊາທິປະ​ໄຕ​ໃໝ່​ຕາມ​ແນວທາງ​ຮັກສາ​ເດີມ ຊື່​ງ​ໄດ້​ສະ​ຫນັບ​ສະ​ໜູນ​ບັນດາບ້ວງ​ເງິນກູ້​ຊ່ວຍ​ຂອງ​ບັນດາ​ອົງການ​ຈັດຕັ້ງສາກົນ ​ແລະ ພັກ​ຝ່າຍ​ຊ້າຍ SYRIZA ຊື່​ງ​ໄດ້​ຄັດຄ້ານ​ນະ​ໂຍບາຍ​ຮັດ​ເຂັມຄັດ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ຈະ​ບໍ່​ມີ​ພັກ​ໃດ​ສາມາດ​ໄດ້​ຮັບ​ຈຳນວນບັດ​ທີ່​ຈຳ​ເປັນ​ຢ່າງ​ພຽງພໍ ​ເພື່ອ​ຍາດ​ໄດ້​ຈ​ຳນວນ​ທີ່​ນັ່ງ​ສ່ວນ​ຫຼາຍຢູ່​ສະພາ​ແຫ່ງ​ຊາດ, ສະນັ້ນ, ​ໃນ​ຊຸມ​ມື້​ທີ່​ຈະ​ມາ​ເຖິງ, ຢູ່​ເກຼກ ອາດ​ຈະ​ດຳ​ເນີນ​ບັນດາ​ການ​ປຶກສາ​ຫາລື​ເພື່ອ​ສ້າງຕັ້ງພັນທະ​ມິດ.

ຂ່າວ/ບົດ​ອື່ນ