ເກີດເຫດຍິງປືນຄາດຕະກຳຢູ່ແດນໝາກ
ຮ້ານກາເຟຮ້ານໜຶ່ງຢູ່ນະຄອນຫຼວງ ໂກແປນຮາແຊນ ຂອງແດນໝາກ ຖືກຍິງປືນ |
(vovworld)- ຕອນເຊົ້າວັນທີ 15/2, ໄດ້ເກີດເຫດຍິງປືນຄາດຕະກຳຢູ່ນະຄອນຫຼວງ ໂກແປນຮາແຊນ ຂອງແດນໝາກ ອັນໄດ້ເຮັດໃຫ້ 3 ຄົນໄດ້ຮັບບາດເຈັບ. ຕາມຕຳຫຼວດແດນໝາກແລ້ວ, ເຫດຍິງປືນຄາດຕະກຳນີ້ໄດ້ເກີດຂຶ້ນຢູ່ມໍ່ກັບສະຖານີລົດໄຟ Norreport ເຮັດໃຫ້ຕຳຫຼວດ 2 ຄົນ ແລະ ສາມັນຊົນ 1 ຄົນໄດ້ຮັບບາດເຈັບ. ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 14/2 ມີບຸກຄົນໜຶ່ງໄດ້ຍິງປືນໃສ່ຮ້ານກາເຟຮ້ານໜຶ່ງຢູ່ນະຄອນຫຼວງ ໂກແປນຮາແຊນ ຂອງແດນໝາກ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ 3 ຄົນໄດ້ຮັບບາດເຈັບຢູ່ທີ່ການປຶກສາຫາລືກ່ຽວກັບສາສະໜາອິດສະລາມ ແລະ ສິດເສລີໃນການປາກເວົ້າຂອງບັນດານັກຈິດຕະດອນແຕ້ມພາບເຢາະເຢີ້ຍ.