ເງິນຕາຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາສືບຕໍ່ເພີ່ມຂຶ້ນຢ່າງແຮງ
(ພາບປະກອບ)
(vovworld) – ປີ 2014, ແຫຼ່ງເງິນຕາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກມາໄວກວ່າ ແລະ ສືບຕໍ່ໄດ້ຮັບການເຕີບໂຕເປັນຢ່າງດີ. ຄາດວ່າ, ຈຳນວນເງິນຕາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກມາ ຈະບັນລຸປະມານ 12 – 13 ຕື້ USD (ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013). ຕາມການຕີລາຄາຂອງບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ຫວຽດນາມ ຍັງນອນໃນກຸ່ມເທດຢືນອັນດັບໜຶ່ງໃນໂລກກ່ຽວກັບການດຶງດູດເງິນຕາຕ່າງປະເທດ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຕະຫຼາດເງິນຕາຕ່າງປະເທດເວົ້າລວມ ມີຄວາມເກີດດູນໃນດຸນຊຳລະສັງລວມ ກໍ່ຄືດຸນການຄ້າເປັນຢ່າງດີ.
ຕາມຂໍ້ສັງເກດຂອງທະນາຄານແຫ່ງລັດແລ້ວ, ຈຳນວນເງິນຕາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກມາ ໃນໂອກາດທ້າຍປີຫຼາຍຄືແນວນັ້ນ ແມ່ນຍ້ອນມີນະໂຍບາຍມະຫາພາກຢ່າງໝັ້ນຄົງ. ລັດຖະບັນຍັດດ້ານເງິນຕາຕ່າງປະເທດຝາກມາ ໄດ້ຮັບການປັບປຸງຕາມທິດຄຸ້ມຄອງເງິນຕາຕ່າງປະເທດຝາກມາຢ່າງແໜ້ນແຟ້ນ. ລັດໄດ້ຫັນບັນດາຂໍ້ກຳນົດກ່ຽວກັບການເຄື່ອນໄຫວເງິນຕາຕ່າງປະເທດເປັນງ່າຍດ່າຍ ໄດ້ປະກອບສ່ວນດຶງດູດຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກເງິນຕາມາ.
ບົດລາຍງານຂອງທະນາຄານແຫ່ງລັດ ສາຂານະຄອນໂຮ່ຈິມິນ ຊີ້ໃຫ້ເຫັນວ່າ, ມີ 74,2% ຈຳນວນເງິນຕາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກມາ ແມ່ນລົງທຶນໃນຂົງເຂດຜະລິດ ດຳເນີນທຸລະກິດ, 21,8% ແມ່ນລົງທຶນໃນຂົງເຂດອະສັງຫາລິມະຊັບ ແລະ 4% ຍັງເຫຼືອແມ່ນຝາກມາໃຫ້ຄອບຄົວ.