ເຈົ້າໜ້າທີ່ຂອງອາເມລິກາ ແລະ ສປປ.ເກົາຫຼີ ໄດ້ຈັດການ ພົບປະເຈລະຈາຢູ່ທີປັກກິ່ງປະເທດຈີນ

ເຈົ້າໜ້າທີ່ຂອງອາເມລິກາ ແລະ ສປປ.ເກົາຫຼີ ໄດ້ຈັດການ ພົບປະເຈລະຈາຢູ່ທີປັກກິ່ງປະເທດຈີນ - ảnh 1
ການ​ຊ່ວຍ​ເຫຼື​ອດ້ານ​ທັນ​ຍາ​ຫານ 240 000 ​ໂຕນ
( ພາບ: .tinmoi.vn )

(vovworld) - ວັນ​ທີ 7 ມີນາ, ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫຼີ ​ໄດ້​ຈັດການ​ພົບ​ປະ​ເຈລະ​ຈາ​ຢູ່​ທີ​ປັກ​ກິ່ງ​ປະ​ເທດ​ຈີນ ​ເພື່ອ​ປະຕິບັດສຳ​ເລັດ​ລາຍ​ລະອຽດ​ໃນ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ອາ​ເມ​ລິ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ທັນ​ຍາ​ຫານ​​ແກ່ ສປປ ​ເກົາຫຼີ. ​ເນື້ອ​ໃນ​ຂອງການ​ເຈລະຈາ​ລະຫວ່າງ ທູດ​ພິ​ເສດ ຂອງ​ອາ​ເມ​ລິ​ກາ Robert king  ​ກັບ ຮອງ​ຫົວໜ້າ​ກົມ​ບັນດາ​ບັນຫາ​ກັບ​ອາ​ເມ​ລິ​ກາ ຂອງ ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ An Myong Hun ​ແມ່ນໄດ້​ສຸມ​ໃສ່ບັນຫາ​ການ​ຕິດຕາມ​ກວດກາ ກໍ​ຄື​ບັນຫາ​ຕ່າງ​​ເພື່ອ​ຊ່ວຍ​ຮັບປະກັນ​ໃຫ້​ເຄື່ອງ​ຊ່ວຍ​ເຫຼືອ​ທັງ​ໝົດຖືກ​ໄປ​ເຖິງ​ມື​ຂອງ​ ປຊຊ ທີ່​ມີ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອດ່ວນ. ​ໂຄງການ​ຊ່ວຍ​ເຫຼືອ​ດ້ານ​ທັນ​ຍາ​ຫານ​ນີ້​ແມ່ນພາກ​ສວ່ນໜ່ຶງ​ຂອງ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ປະກາດ​ໃນ​ອາທິດ​ທີ່​ຜ່ານ​ມາ. ​ເຊິ່ງຕາມ​ນັ້ນ​​ແລ້ວ, ສປປ ​ເກົາຫຼີ ຈະ​ຢຸດຕິ​ບັນດາ​ການ​ທົດ​ລອງ​ນິວ​ເຄຼີຍ, ຍິງ​ລູກ​ສອນ​ໄຟ​ໄລຍະ​ໄກ ກໍຄື​ການ​ເຄື່ອ​ໄຫວ​ເສີມ​ທາດ​ຢູຣານຽມ, ​ເພື່ອ​ເປັນ​ການ​ແລກປ່ຽນ​ເອົາ ການ​ຊ່ວຍ​ເຫຼື​ອດ້ານ​ທັນ​ຍາ​ຫານ 240 000 ​ໂຕນ ​ຈາກ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ