ເຈົ້າໜ້າທີ່ຫຼາຍທ່ານຢູ່ພາກຕາເວັນຕົກ ແລະ ພາກກາງຢູແກຼນຖືກບຸກໂຈມຕີ

ເຈົ້າໜ້າທີ່ຫຼາຍທ່ານຢູ່ພາກຕາເວັນຕົກ ແລະ ພາກກາງຢູແກຼນຖືກບຸກໂຈມຕີ - ảnh 1
ເຈົ້າ​ຄອງ​ນະຄອນ Kremanchuk ຢູ່ພາກ​ກາງຢູ​ແກຼນ ທ່ານ Oleh Babayev ​ໄດ້​ຍິງເສຍ​ຊີວິດ
(ພາບ: AP)

(vovworld)- ສະພາບ​ການ​ຄວາມ​ສະຫງົບ​ຢູ່​ພາກ​ຕາ​ເວັນ​ຕົກ ​ແລະ ພາກ​ກາງ​ຢູ​ແກຼນ ພວມ​ພາ​ໃຫ້​ເກີດ​ຄວາມ​ວິຕົກ​ກັງວົນ​ຍິ່ງ​ຂຶ້ນ ຂະນະ​ທີ່​ໃນ​ມື້​ດຽວ​ກັນ​ມີ​ເຈົ້າ​ໜ້າ​ທີ່ 2 ຄົນ​ຂອງ​ອຳນາດ​ການ​ປົກຄອງ​ຖືກ​ບຸກ​ໂຈມ​ຕີ. ກະຊວງ​ພາຍ​ໃນຢູ​ແກຼນ ​ໃຫ້​ຮູ້​ເມື່ອ​ວັນ​ທີ 26/7 ວ່າ ​ເຈົ້າ​ຄອງ​ນະຄອນ Kremanchuk ຢູ່ພາກ​ກາງຢູ​ແກຼນ ທ່ານ Oleh Babayev ​ໄດ້​ເສຍ​ຊີວິດ​ພາຍຫຼັງ​ຖືກ​ບຸກຄົນ​ແປກ​ໜ້າ​ຍິງ​ດ້ວຍປືນລະງັບ​ສຽງ.

    ​ໃນ​ວັນດຽວ​ກັນ, ກໍ​ໄດ້​ເກີດ​ມີ​ການ​ບຸກ​ໂຈມ​ຕີ​ດ້ວຍ​ປືນ​ຍິງ​ສົ່ງ​ໝາກ​ແຕກ ​ແນ​ໃສ່​ເຮືອນ​ສ່ວນ​ຕົວ​ຂອງ​ເຈົ້າ​ຄອງ​ນະຄອນ lviv ຢູ່ພາກຕາ​ເວັນ​ຕົກຢູ​ແກຼນ ທ່ານ Sadoviy. ​ແຕ່​ໂຊກ​ດີ, ​ເຈົ້າ​ໜ້າ​ທີ​່ທ່ານ​ນີ້ ບໍ່​ຢູ​ເຮືອນ​ໃນ​ເວລາ​ເກີດ​ເຫດ. 

ຂ່າວ/ບົດ​ອື່ນ