(vovworld) - ພິທີເຊີດຊູ 100 ຄົນບໍລິຈາກເລືອດດ້ວຍຄວາມສະໝັກໃຈເປັນແບບຢ່າງ ຫວຽດນາມ ປີ 2013 ໄດ້ຮັບການຈັດຕັ້ງຢ່າງສົມກຽດໃນຕອນບ່າຍວັນທີ 14/6, ຢູ່ ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວຕອບສະໜອງວັນໂລກເຊີດຊູບັນດາຜູ້ຄົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ໂດຍຄະນະຊີ້ນຳແຫ່ງຊາດຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈຈັດຕັ້ງຂຶ້ນ. 100 ຄົນນີ້ແມ່ນຕາງໜ້າໃຫ້ຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈໃນທົ່ວປະເທດ, ສະແດງມູນເຊື້ອສິນທຳອັນດີງາມ, ນ້ຳໃຈສາມັກຄີຂອງທົ່ວປະຊາຊົນ ຫວຽດນາມ. ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນ 100 ຄົນບໍລິຈາກເລືອດຂອງ ຫວຽດນາມ ໄດ້ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮູ່ງ ຢູ່ເຂດປູສະນີຍະສະຖານປະຫວັດສາດ ວິຫານ ຮູ່ງ ທີ່ແຂວງ ຟູ໋ທໍ້.