ເຊື່ອມຕໍ່ຖ້ຽວບິນ ລະຫວ່າງ ແຂວງກ໋ວາງນິງ ກັບ ນະຄອນ ໂຮ່ຈີມິນ ຄືນໃໝ່
(VOVWORLD) -ຖ້ຽວບິນ ເວິນໂດ່ນ - ເຕິນເຊີນເຍິດໂດຍບໍລິສັດການບິນ Bamboo Airways ປະຕິບັດນັບແຕ່ວັນທີ 27 ຕຸລາ ດ້ວຍຈຳນວນ 3 ຖ້ຽວ/ອາທິດ, ໃນວັນຈັນ, ວັນພຸດ ແລະ ວັນເສົາ. ບັນດາຖ້ຽວບິນອອກເດີນທາງແຕ່ສະໜາມບິນ ເຕິນເຊີນເຍິດ ໃນເວລາ 15 ໂມງ 5 ນາທີ ແລະ ເລີ່ມແຕ່ເວິນໂດ່ນ ໃນເວລາ 18 ໂມງ 10 ນາທີ.
ພາບປະກອບ: TTXVN |
ພາຍຫຼັງໄລຍະຖືກຂາດວັກຂາດຕອນຍ້ອນໂລກລະບາດໂຄວິດ - 19, ບັນດາຖ້ຽວບິນການຄ້າ ຢູ່ທ່າອາກາດສະຍານ ສາກົນ ເວິນໂດ່ນ, ແຂວງ ກ໋ວາງນິງ ໄດ້ກັບຄືນສູ່ເຄື່ອນໄຫວນັບແຕ່ວັນທີ 27 ຕຸລາ, ເປີດສາກແມ່ນຖ້ຽວບິນ ເວິນໂດ່ນ - ເຕິນເຊີນເຍິດ (ນະຄອນໂຮ່ຈີມິນ).
ຖ້ຽວບິນ ເວິນໂດ່ນ - ເຕິນເຊີນເຍິດໂດຍບໍລິສັດການບິນ Bamboo Airways ປະຕິບັດນັບແຕ່ວັນທີ 27 ຕຸລາ ດ້ວຍຈຳນວນ 3 ຖ້ຽວ/ອາທິດ, ໃນວັນຈັນ, ວັນພຸດ ແລະ ວັນເສົາ. ບັນດາຖ້ຽວບິນອອກເດີນທາງແຕ່ສະໜາມບິນ ເຕິນເຊີນເຍິດ ໃນເວລາ 15 ໂມງ 5 ນາທີ ແລະ ເລີ່ມແຕ່ເວິນໂດ່ນ ໃນເວລາ 18 ໂມງ 10 ນາທີ. ບໍລິສັດການບິນ Vietjet Air ຈະປະຕິບັດຖ້ຽວບິນແຕ່ວັນທີ 31 ຕຸລາ ດ້ວຍຈຳນວນ 1 ຖ້ຽວ/ວັນ ຂອງທຸກວັນໃນອາທິດ.