ເຕັດຫວຽດຂອງນັກສຶກສາຫວຽດນາມຢູ່ການາດາ
ເຕັດຫວຽດຂອງນັກສຶກສາຫວຽດນາມຢູ່ການາດາ
(ພາບ: dantri.com.vn)
(vovworld) - ຕ້ອນຮັບບຸນເຕັດປີມະແມ 2015, ຕອນຄຳ່ວັນທີ 22/2, ບັນດາເພື່ອນຫວຽດນາມທີ່ພວມຮຳ່ຮຽນຢູ່ນະຄອນ ອົດຕາອວາ, ການາດາ, ໄດ້ຈັດຕັ້ງງານລາຕີ “ບຸນເຕັດຫວຽດນາມ“ . ເຂົ້າຮ່ວມງານລີຕີ, ຜູ້ຄົນທັງຫຼາຍບໍ່ພຽງແຕ່ໄດ້ຮັບຟັງບັນດາບົດເພງກ່ຽວກັບລະດູບານໃໝ່, ບຸນປີໃໝ່ປະຈຳຊາດ, ຄວາມງາມຂອງບ້ານເກີດເມືອງນອນ ແລະ ຊາວຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ພົບປະແລກປ່ຽນ, ຊອກຮູ້ກ່ຽວກັບຮີດຄອງປະເພນີຂອງຊາວຫວຽດນາມໃນໂອກາດບຸນເຕັດອີກດ້ວຍ. ໃນຫຼາຍປີຜ່ານມາ, ງານລາຕີ “ບຸນເຕັດຫວຽດນາມ“ ຂອງສະມາຄົມນັກສຶກສາສາກົນຫວຽດນາມຢູ່ອົດຕາອວາ ໄດ້ປະກອບສ່ວນສ້າງຄວາມສາມັກຄີ, ສະໜິດຕິດພັນລະຫວ່າງຊາວຫວຽດນາມອາໄສຢູ່ຕ່າງປະເທດ, ຮັກສາມູນເຊື້ອວັດທະນະທຳຫວຽດນາມໃນປະຊາຄົມຊາວຫວຽດນາມຢູ່ການາດາເທົ່ານັ້ນ, ຫາກຍັງປະກອບສ່ວນແນະນຳວັດທະນະທຳຫວຽດນາມເຖິງເພື່ອນມິດການາດາ ແລະ ສາກົນອີກດ້ວຍ.