ເຕືອນຄວາມສ່ຽງສົງຄາມຢູ່ ລີບີ ຈະປີນຂັ້ນໄດ

(VOVWORLD) - ຖ້າຫາກວ່າສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ມີການກະທຳຢ່າງທັນການ, ສົງຄາມຢູ່ ລີບີມີຄວາມສ່ຽງ ຈະສືບຕໍ່ປີນຂັ້ນໄດ ເມື່ອບັນດາປະເທດພາຍນອກ ເພີ່ມການສະໜັບສະໜູນໃຫ້ແກ່ບັນດາຝ່າຍເຂົ້າຮ່ວມສົງຄາມ.
ເຕືອນຄວາມສ່ຽງສົງຄາມຢູ່ ລີບີ ຈະປີນຂັ້ນໄດ - ảnh 1ເຕືອນຄວາມສ່ຽງສົງຄາມຢູ່ ລີບີ ຈະປີນຂັ້ນໄດ (ພາບ: THX/TTXVN)

        ກ່າວຄຳເຫັນໃນວັນທີ 04 ກັນຍາ, ທ່ານ Ghassan Salame ທູດພິເສດຂອງສະຫະປະຊາຊາດໄດ້ກ່າວເຕືອນກ່ຽວກັບ 2 ກໍລະນີຊົ່ວຮ້າຍຈະເກີດຂຶ້ນ ຖ້າຫາກສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແລະ ປະຊາຄົມສາກົນບໍ່ແຊກແຊງ ເພື່ອຢຸດຕິສົງຄາມ ລີບີ ໂດຍໄວ. ທີໜຶ່ງແມ່ນ, ສົງຄາມຢູ່ປະເທດ ອາຟຣິກາເໜືອນີ້ ຈະແກ່ຍາວ ແລະ ທີສອງແມ່ນ, ສົງຄາມຈະປີນຂັ້ນໄດ, ຍູ້ພາກພື້ນນີ້ໃຫ້ຕົກເຂົ້າສູ່ສະພາບວຸ້ນວາຍ ເມື່ອບັນດາປະເທດຢູ່ພາຍນອກ ເພີ່ມການໜູນຫຼັງໃຫ້ແກ່ບັນດາຝ່າຍເຂົ້າຮ່ວມສົງຄາມ. ທ່ານ Ghassan Salame ທູດພິເສດຂອງ ສະຫະປະຊາຊາດ ເປັນຜູ້ມັກຕຳໜິຕິຕຽນສະພາຄວາມໝັ້ນຄົງວ່າ ບໍ່ມີຄວາມສາມັກຄີໃນການແກ້ໄຂສົງຄາມ ຢູ່ລີບີ,  ຊ້ຳບໍ່ໜຳ ຍັງມີປະເທດກຳມະການສະພາຄວາມໝັ້ນຄົງ ສະໜັບສະໜູນບັນດາຝ່າຍເຂົ້າຮ່ວມສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ