ເທື່ອທຽນ-ເຫວ້ຮ່ວມມືບຳລຸງສ້າງ,ເພີ່ມເຕີມແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ລາວ

ເທື່ອທຽນ-ເຫວ້ຮ່ວມມືບຳລຸງສ້າງ,ເພີ່ມເຕີມແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ລາວ - ảnh 1
ວັນ​ບຸນ​ໜູນຊ່ວຍ​​ນັກ​ສຶກສາ ລາວ ສົກ​ຮຽນ 2015 – 2016
(ພາບ: trt.com.vn)

(vovworld) – ​ໂຮງຮຽນວິທະຍາ​ໄລສ້າງ​ຄູ ​ເຫ​ວ້ ​ໄດ້ຈັດ​ຕັ້ງວັນ​ບຸນ​ໜູນຊ່ວຍ​​ນັກ​ສຶກສາ ລາວ ສົກ​ຮຽນ 2015 – 2016 ຢູ່​ນະຄອນ ​ເຫວ້. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໂຮງຮຽນ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພະນັກງານ, ຄູ​ອາຈານ​ໂຮງຮຽນ​ສຳລັບ​ນັກ​ສຶກສາ ລາວ ​ເມື່ອ​ກ້າວເຂົ້າສູ່​ສົກຮຽນ​ໃໝ່. ​ໂດຍ​ລະອຽດ, ​ ​ພະນັກງານ, ຄູ​ອາຈານ​ແຕ່ລະຄົນ​ຈະ​ຮັບຊ່ວຍ​ເຫຼືອນັກ​ສຶກສາ ລາວ ​ແຕ່ 2 – 3 ຄົນ​ໃນ​ປີ​ທຳ​ອິດທີ່​ຮ່ຳຮຽນ ​ແລະ ພັກ​ອາ​ໄສຢູ່ ໂຮງຮຽນວິທະຍາ​ໄລສ້າງ​ຄູ ​ເຫ​ວ້. ປະ​ຈຸ​ບັນ​ມີ​ພະນັກງານ, ຄູ​ອາຈານ​ຈຳນວນ 60 ຄົນເຂົ້າ​ຮ່ວມ​ການ​ໜູນຊ່ວຍ​ໃຫ້​ແກ່​ນັກ​ສຶກສາ ລາວ ຊຸດ​ທີ 39 ສົກຮຽນ 2015 – 2016 ​ເກືອບ 130 ຄົນ. ນອກຈາກ​ນັ້ນ, ບັນດາ​ພະນັງານ, ຄູ​ອາຈານ​ຍັງ​ໜູນ​ຊ່ວຍ, ​ຊ່ວຍ​ເຫຼືອ​ບັນດາ​ນ້ອງ​ນັກຮຽນ​ດັ່ງກ່າວ ​ເຝິກ​ຮຽນພາສາ ຫວຽດນາມ, ຊອກ​ຮູ້​ຮີດຄອງ​ປະ​ເພນີ, ວັດທະນະທຳ ​ເຫວ້, ກາຍ​ເປັນ​ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ພວກ​ນ້ອງ​ໃນ​ໄລຍະ​ທຳອິດ​ທີ່​ມາ​ຮ່ຳຮຽນ​ຢູ່ ​ເຫວ້​ ຢ່າງ​ແທດ​ຈິງ.

       

ຂ່າວ/ບົດ​ອື່ນ