(ພິທີເປີດຊຸດບຳລຸງວິຊາການສື່ມວນຊົນໃຫ້ນັກຂ່າວລາວ)
(vovworld) - ພິທີເປີດຊຸດບຳລຸງວິຊາການສື່ມວນຊົນໃຫ້ນັກຂ່າວລາວ ດ້ວຍຫົວຂໍ້ “ທັກສະໃນການຂຽນຂ່າວ, ບົດ ໃຫ້ແກ່ບັນດາເຫດການໃຫຍ່” ໄດ້ດຳເນີນໃນຕອນເຊົ້າວັນທີ 16/11 ຢູ່ນະຄອນຫຼວງວຽງຈັນ ປະເທດລາວ. ນີ້ແມ່ນຊຸດບຳລຸງວິຊາການຄັ້ງທີ 12 ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ສົມທົບກັບ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວຈັດຕັ້ງຂຶ້ນ ເພື່ອສະຫງວນໃຫ້ບັນດານັກຂ່າວລາວ. ຊຸດບຳລຸງດັ່ງກ່າວດຳເນີນໄປເປັນເວລາໜຶ່ງສັບປະດາ ເຊິ່ງມີນັກຂ່າວ 35 ຄົນ ທີ່ມາຈາກບັນດາຫົວໜ່ວຍຂ່າວສານສູນກາງ ແລະ ທ້ອງຖິ່ນຂອງລາວ ໄດ້ຮຽນຮູ້ບັນທັກສະໃນການຂຽນຂ່າວ ບົດ ແບບທັນສະໄໝ.