(vovworld) - ວັນທີ 18/1, ຢູ່ໜອງ ເກໂກ, ເມືອງ ເກິມຊວຽນ, ແຂວງ ຮ່າຕິ້ງ ໄດ້ຈັດພິທີ ເປີດສະຫຼອງວິຫານບູຊາອະດີດເລຂາທິການໃຫຍ່ ເລຢວນ. ເຂົ້າຮ່ວມພິທີມີທ່ານປະທານປະເທດ ເຈືອງເຕິ໋ນຊາງ.
ອະດີດເລຂາທິການໃຫຍ່ ເລຢວນ ໄດ້ຮັບການກຳເນີດຢູ່ບ້ານບິກລາ, ຕາແສງ ຈ້ຽວດົງ, ເມືອງ ຈ້ຽວຟອງ, ແຂວງ ກວາງຈີ້. ແຕ່ໃນວິວັດແຫ່ງການເຄື່ອນໄຫວປະຕິວັດ, ອະດີດເລຂາທິການໃຫຍ່ ເລຢວນ ໄດ້ສະຫງວນອາລົມຈິດພິເສດໃຫ້ແຂວງຮ່າຕິ້ງ. ເພື່ອສະແດງຄວາມເຄົາລົບ ແລະ ຮູ້ບຸນຄູນອັນໄຫຍ່ຫຼວງຕໍ່ອະດີດເລຂາທິການໃຫຍ່ ເລຢວນ, ການນຳ ແລະ ປະຊາຊົນແຂວງຮ່າຕິ້ງ ໄດ້ກໍ່ສ້າງວິຫານບູຊາອະດີດເລຂາທິການໃຫຍ່ ເລຢວນຢູ່ຫາດໃຈກາງໜອງ ແກໂກ ນັບແຕ່ປີ 2011.
ແລະ ກໍ່ໃນໂອກາດນີ້, ໃນການໂອ້ລົມກັບພະນັກງານການນຳຫຼັກແຫຼ່ງແຂວງຮ່າຕິ້ງ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາໃນທຸກຂົງເຂດຂອງແຂວງໃນປີຜ່ານມາ… ທ່ານປະທານປະເທດ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍມູນເຊື້ອປະຕິວັດ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຮ່າຕິ້ງ ຈະສູ້ຊົນບືນຕົວຂຶ້ນ ເພື່ອບັນລຸຜົນງານຫຼາຍກວ່າອີກ, ຍູ້ແຮງກິດຈະການລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງ ຮ່າຕິ້ງ ໃຫ້ກາຍເປັນແຂວງທີ່ຮັ່ງມີ ແລະ ສີວິໄລ.