ເປີດໄຟສີສົ້ມລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

(VOVWORLD) -ຫວຽດນາມ, ຈະໄດ້ເປີດແສງໄຟສີສົ້ມ, ເຊິ່ງທີ່ເປັນສີເປັນສັນຍາລັກໃຫ້ອະນາຄົດອັນສົດໄສ, ບໍ່ມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.
ເປີດໄຟສີສົ້ມລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ - ảnh 1 ຂົວ ຮ່າມຣົ່ງ (ມັງກອນ)
(ພາບປະກອບ: TTXVN)

ເນື່ອງໃນໂອກາດວັນສາກົນລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (ຄືວັນທີ 25 ພະຈິກ) ແລະ ຕອບສະໜອງບັ້ນເຄື່ອນໄຫວທົ່ວໂລກ 16 ວັນມີການກະທຳຫຼົບລ້າງການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ດ້ວຍການເຄື່ອນໄຫວຫຼາຍຢ່າງ ຖືກດຳເນີນໃນທົ່ວໂລກ ໃນລະຫວ່າງວັນທີ 25 ພະຈິກ ຫາວັນທີ 10 ທັນວາ (ວັນສາກົນກ່ຽວກັບສິດທິມະນຸດ) ຖືກຈັດຂຶ້ນເປັນປະຈຳປີ. ນັບແຕ່ຕອນຄ່ຳວັນທີ 25 ພະຈິກ, ມີຕຶກອາຄານ ແລະ ສະຖານທີ່ທີ່ມີຊື່ສຽງຢູ່ຫຼາຍປະເທດ, ໃນນັ້ນມີ ຫວຽດນາມ, ຈະໄດ້ເປີດແສງໄຟສີສົ້ມ, ເຊິ່ງທີ່ເປັນສີເປັນສັນຍາລັກໃຫ້ອະນາຄົດອັນສົດໄສ, ບໍ່ມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

        ຢູ່ ຫວຽດນາມ, ຕຶກອາຄານ ເຮືອນຂຽວສະຫະປະຊາຊາດ ປະຈຳ ຮ່າໂນ້ຍ ແລະ ຂົວ 4 ແຫ່ງທີ່ມີຊື່ສຽງຢູ່ ດ່ານັ້ງ ລວມມີ: ຂົວ ຮ່າມຣົ່ງ (ມັງກອນ), ຂົວແມ່ນ້ຳ ຮ່ານ, ຂົວ ເຈິ່ນທິລິ ແລະ ຂົວ ຕິ່ງອຽວ ກໍ່ເຂົ້າຮ່ວມຂໍ້ລິເລີ່ມດັ່ງກ່າວ. ບັນດາຕຶກອາຄານ ແລະ ສະຖານທີດັ່ງກ່າວຈະເປີດໄຟສີສົ້ມໃນຕະຫຼອດບັ້ນ 16 ວັນແຫ່ງການກະທຳ ເພື່ອສະແດງໃຫ້ເຫັນຄຳໝັ້ນສັນຍາຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຂອງບັນດາອົງການຮັບຜິດຊອບ.

ຕອບກັບ

ຂ່າວ/ບົດ​ອື່ນ