ເປັນຄັ້ງທຳອິດທີ່ເຄື່ອງໝາຍການຄ້າກ່ຽວກັບການຜະລິດວັດສະດຸກໍ່ສ້າງດິນດາກເຜົາຫວຽດນາມ ສ້າງ 2 ສະຖິຕິໂລກ

(VOVWORLD) -ເປັນຄັ້ງທຳອິດທີ່ຫວຽດຍາມມີ ເຄື່ອງໝາຍການຄ້າ ຊຶ່ງໃນພາບດຽວ ສາມາດບັນລຸໄດ້ 2 ສະຖິຕິໂລກຂອງ ສະຫະພັນ ສະຖິຕິໂລກ
ເປັນຄັ້ງທຳອິດທີ່ເຄື່ອງໝາຍການຄ້າກ່ຽວກັບການຜະລິດວັດສະດຸກໍ່ສ້າງດິນດາກເຜົາຫວຽດນາມ ສ້າງ 2 ສະຖິຕິໂລກ  - ảnh 1 ພິທີປະກາດແລະ ມອບ 2 ສະຖີຕິໂລກຂອງສະຫະພັນ ສະຖິຕິໂລກ  ແລະ 11 ສະຖິຕິຫວຽດນາມ

   ຕອນເຊົ້າວັນທີ 12 ກັນຍາ ຢູ່ເທດສະບານດົງຈຽວ ແຂວງກວາງນິງ ໄດ້ຈັດພິທີປະກາດແລະ ມອບ 2 ສະຖີຕິໂລກຂອງສະຫະພັນ ສະຖິຕິໂລກ ພ້ອມກັບບັນດາສະຖິຕິຫວຽດນາມ ໃຫ້ແກ່ບໍລິສັດຫຸ້ນສ່ວນເຄື່ອງປັ້ນດິນເຜົາ ເດິດຫວຽດ. ນີ້ເປັນຄັ້ງທຳອິດທີ່ຫວຽດຍາມມີ ເຄື່ອງໝາຍການຄ້າ ຊຶ່ງໃນພາບດຽວ ສາມາດບັນລຸໄດ້ 2 ສະຖິຕິໂລກຂອງ ສະຫະພັນ ສະຖິຕິໂລກ.

    ເນື່ອງໃນໂອກາດນີ້, ບໍລິສັດຫຸ້ນສ່ວນເຄື່ອງປັ້ນດິນເຜົາ ເດິດຫວຽດ ກໍໄດ້ຮັບ 11 ສະຖິຕິຫວຽດນາມ ໂດຍອົງການສະຖິຕິຫວຽດນາມມອບໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ