ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: VGP/Nguyên Linh)
(vovworld) – ຕອນເຊົ້າວັນທີ 17/1, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາຮັບເອົາຄຳເຫັນກ່ຽວກັບຮ່າງແຜນຮ່າງ “ແຜນນະໂຍບາຍ ແລະ ມາດຕະການເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍູ້ແຮງວຽກງານປົກປັກຮັກສາຊັບພະຍາກອນ, ສິ່ງແວດລ້ອມ”. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນໜັກວ່າ: ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ເອົາໃຈໃສ່ຊີ້ນຳວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາຊັບພະຍາກອນ, ສິ່ງແວດລ້ອມ. ແຕ່ເຖິງຢ່າງໃດກໍຕາມ, ປະຈຸບັນ, ການປ່ຽນແປງຂອງດິນຟ້າອາກາດມີລັກສະນະທົ່ວໂລກ, ພວມມີໜ້າຢູ່ປະເທດເຮົາ, ມີໄພກະທົບໃສ່ທຸກດ້ານຂອງຊີວິດທາງດ້ານເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມຂອງປະເທດຊາດ. ດັ່ງນັ້ນ, ເລື່ອງສ້າງ ແລະ ຜັນຂະຫຍາຍແຜນຮ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍູ້ແຮງວຽກງານປົກປັກຮັກສາຊັບພະຍາກອນ, ສິ່ງແວດລ້ອມ ແມ່ນມີຄວາມຈຳເປັນທ່ີສຸດ ເພື່ອແນໃສ່ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຢ່າງໝັ້ນຄົງ. ທ່ານກ່າວວ່າ:
“ຄະນະບໍລິຫານງານພັກລັດຖະບານ, ຄະນະໂຄສະນາສຶກສາຊີ້ນຳ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ບັນດາອົງການທີ່ກ່ຽວຂ້ອງໄດ້ກະກຽມແຜນຮ່າງ. ຂ້າພະເຈົ້າເຊື່ອໝັ້ນວ່າ: ໃນວິວັດການກະກຽມຈະມີຫຼາຍເນື້ອໃນຕ້ອງຮັບເອົາຄຳເຫັນ ເພື່ອປັບປຸງເນື້ອໃນຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກ, ດ້ວຍຈຸດໝາຍແມ່ນຕີລາຄາສະພາບການ, ຕີລາຄາການກະທົບ, ຍົກອອກມາດຕະການຫຼຸດຜ່ອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາຊັບພະຍາກອນ ແລະ ສິ່ງແວດລ້ອມແຫ່ງການດຳລົງຊີວິດຂອງຫວຽດນາມ”
ຮ່າງແຜນຮ່າງກຳນົດຄາດໝາຍສັງລວມຮອດປີ 2020 ແມ່ນນຳໃຊ້ບັນດາແຫຼ່ງຊັບພະຍາກອນ ປະຢັດ, ມີປະສິດທິຜົນ ແລະ ໝັ້ນຄົງ, ...... ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫຼຸດຜ່ອນມັນລະພິດ ແລະ ການປ່ອຍອາຍແກດເຮືອນແກ້ວເທື່ອລະກ້າວ, ເປັນເຈົ້າການປ້ອງກັນ, ຕ້ານໄພພິບັດທຳມະຊາດ, ຮັກສາຄຸນນະພາບສະພາບແວດລ້ອມແຫ່ງການດຳລົງຊີວິດ, ຮັບປະກັນຄວາມດຸນດຽງດ້ານຊີວະພາບ, ມຸ້ງໄປເຖິງພື້ນຖານເສດຖະກິດຂຽວ, ບໍ່ກໍ່ມົນລະພິດເຖິງສິ່ງແວດລ້ອມ.