ເປົ້າໝາຍ Mohamed Abrini
(ພາບ: NDTV)
|
(vovworld) - ວັນທີ 9/4, ເຈົ້າໜ້າທີ່ໄອຍະການສະຫະພັນ ແບນຊິກ ໃຫ້ຮູ້ວ່າ: Mohamed Abrini, ເຊິ່ງແມ່ນເປົ້າໝາຍຖືກລະແວງສົງໄສໃນເຫດກໍ່ການຮ້າຍຢູ່ ປາຣີ ເມື່ອວັນທີ 13/11/2015, ໄດ້ຍອມຮັບວ່າແມ່ນ “ເປົ້າໝາຍຖືໝວກ” ໄປພ້ອມກັບ 2 ເປົ້າໝາຍວາງລະເບີດສະຫຼະຊີບຢູ່ສະໜາມບິນ ບຣຸກແຊນ ເມື່ອວັນທີ 22/3/2016. ຫ້ອງການໄອຍະການສະຫະພັນ ແບນຊິກ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: Mohamed Abrini ໄດ້ຍອມຮັບມີໜ້າຢູ່ສະຖານທີ່ເກີດເຫດ. ນອກຈາກນັ້ນ, ເຈົ້າໜ້າທີ່ຄົນກ່າວຫາເປົ້າໝາຍອື່ນໆ 4 ຄົນເຂົ້າຮ່ວມອົງການກໍ່ການຮ້າຍ ແລະ ບັນດາກໍລະນີຄາດຕະກຳແບບກໍ່ການຮ້າຍ.