ເພີ່ມທະວີການກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ
(ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon)
(vovworld) – ວັນທີ 08/03, ບັນດາເຈົ້າໜ້າທີ່ຂັ້ນສູງຂອງສະຫະປະຊາຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 08/03 ດ້ວຍຄຳຮຽກຮ້ອງ “ເພີ່ມທະວີການກະທຳ” ດ້ວຍເລື່ອງສະຫງວນແຫຼ່ງກຳລັງ ແລະ ການເຄື່ອນໄຫວດ້ານການເມືອງກວ່າອີກ ເພື່ອບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນປີ 2030. ໃນສານເນື່ອງໃນໂອກາດວັນທີ 08/03, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ເນັ້ນໜັກວ່າ, ຍັງມີແມ່ຍິງ ແລະ ເດັກຍິງຫຼາຍຄົນຖືກເສຍສິດພື້ນຖານຫຼາຍຢ່າງຂອງມະນຸດ. ຫົວໜ້າສະຫະປະຊາຊາດ ຮຽກຮ້ອງສະຫງວນບັນດາແຫຼ່ງກຳລັງດ້ານການເງິນຢ່າງແຮງ, ມີຄວາມຕັດສິນໃຈດ້ານການເມືອງເພື່ອບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນທົ່ວໂລກ ແລະ ຢືນຢັນວ່ານັ້ນແມ່ນການລົງທຶນຢ່າງມີປະສິດທິຜົນທີ່ສຸດໃຫ້ອະນາຄົດ. ຫົວຂໍ້ຂອງວັນແມ່ຍິງສາກົນຂອງສະຫະປະຊາຊາດປີ 2016 ແມ່ນ “ຮອດປີ 2030 ໜ່ວຍໂລກ 50 – 5: ເພີ່ມທະວີການກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ”. ປີ 2030 ແມ່ນປີິສຸດທ້າຍຕ້ອງບັນລຸໄດ້ບັນດາຄາດໝາຍພັດທະນາສະຫັດສະວັດແບບຍືນຍົງ, ໃນນັ້ນລວມທັງບັນດາຈຸດໝາຍເພິີມທະວີຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ ແລະ ເດັກຍິງທຸກຄົນ…