ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ແລະ ປະທານາທິບໍດີລັດເຊຍ ປູຕິນ |
(vovworld)- ວັນທີ 10/5, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງພ້ອມດ້ວຍຄະນະໄດ້ອອກຈາກມົດສະກູ, ສິ້ນສຸດການຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະໃນສົງຄາມປ້ອງກັນປະເທດອັນຍິ່ງໃຫຍ່ຂອງລັດເຊຍ, ເດີນທາງຢ້ຽມຢາມທາງລັດຖະກິດ ສ.ເຊັກໂກແຕ່ວັນທີ 10-13/5. ກ່ອນທີ່ຈະເດີນທາງ, ໃນວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ໃຫ້ການຕ້ອນຮັບຜູ້ວ່າການແຂວງມົດສະກູ Andrey Vorobiev. ກ່ອນໜ້ານັ້ນ ໃນວັນທີ 9/5, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ມີການເຈລະຈາກັບປະທານາທິບໍດີລັດເຊຍ ປູຕິນ. ທີ່ການເຈລະຈາ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ຢືນຢັນວ່າ : ໄຊຊະນະໃນສົງຄາມປ້ອງກັນປະເທດອັນຍິ່ງໃຫຍ່ຂອງລັດເຊຍ ແມ່ນເຫດການປະຫວັດສາດທີ່ມີລັກສະນະຍຸກສະໄໝ, ປະກອບສ່ວນນຳສັນຕິພາບມາສູ່ທົ່ວໂລກ.
2 ຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບບັນຫາຮ່ວມມື 2 ຝ່າຍ ແລະ ເປັນເອກະພາບກັນໃນຫຼາຍບັນຫາ ແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍໃນໄລຍະໃໝ່.
ທາງດ້ານການເມືອງ, ການນຳ 2 ປະເທດເຫັນດີສືບຕໍ່ແລກປ່ຽນຄະນະຜູ້ແທນພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ຂະແໜງການ, ທ້ອງຖິ່ນຕ່າງໆ ເພື່ອສ້າງແຮງໜູນຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
ໃນຕອນບ່າຍຂອງວັນທີ 9/5, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ມີການພົບປະກັບປະທານາທິບໍດີອີຢິບ Abdel Fattah Al – Sisi.