ເພີ່ມທະວີການພົວພັນມິດຕະພາບ, ຄູ່ຮ່ວມມື ຍຸດທະສາດຫວຽດນາມ - ອິນເດຍ
ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເຈີນດ້າຍກວາງ
ພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດອິນເດຍ
(ພາບ: cand.com.vn)
(vovworld) – ໃນຂອບເຂດການຢ້ຽມຢາມສ.ອິນເດຍ, ຕອນເຊົ້າວັນທີ 29 ຕຸລາ, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເຈີນດ້າຍກວາງ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດອິນເດຍ Salman Khursid. ທ່ານ ລັດຖະມົນຕີ Salman Khursid ປາດຖະໜາຢາກສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດເຕັກໂນໂລຊີຜະລິດຊອບແວ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານຂໍ້ມູນ, ທະນາຄານ... ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດຫວຽດນາມ - ອິນເດຍ ໃຫ້ນັບມື້ນັບພັດທະນາ ຢ່າງເລິດເຊິ່ງ ແລະ ກວ້າງຂວາງ.
ສ່ວນທ່ານລັດຖະມົນຕີ ເຈີນດ້າຍກວາງ ຢືນຢັນວ່າ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ຕີລາຄາສູງນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ ໃນໄລຍະໃໝ່ຂອງອິນເດຍ, ໃນນັ້ນຖືອາຊຽນ ແມ່ນເສົ້າຄ້ຳສຳຄັນພິເສດ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ຢ່າງແຮງ. ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດ, ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອິນເດຍ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ລັດຖະບານ ແລະ ບັນດາວິສາຫະກິດອິນເດຍ ລົງທຶນເຂົ້າຫວຽດນາມ.