(vovworld) – ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຮ່ວາງບິ່ງກວນ ນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ Nicaragua ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 35 ປີແຫ່ງວັນປະຕິວັດ Sandino ສຳເລັດຜົນ (19/07/1979 – 19/07/2014). ໃນຂອບເຂດການຢ້ຽມຢາມແຕ່ວັນທີ 19 – 22/07, ທ່ານກຳມະການກົມການເມືອງພັກ FSLN, ປະທານສະພາແຫ່ງຊາດ Nicaragua, Rene Nunez ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫວຽດນາມ. ທ່ານປະທານສະພາແຫ່ງຊາດ Nunez ໃຫ້ຮູ້ວ່າ ຍາມໃດ Nicaragua ກໍ່ຖືການພົວພັນສາມັກຄີ, ມິດຕະພາບ ແລະ ຮ່ວມມືກັບຫວຽດນາມ ເປັນສຳຄັນ; ສະແດງຄວາມປາດຖະໜາຢາກຊຸກຍູ້, ເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມສາມາດ; ທ່ານປະທານສະພາແຫ່ງຊາດ Nicaragua ໄດ້ແນະນຳກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ Nicaragua, ພ້ອມທັງເນັ້ນໜັກເຖິງຄວາມປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການແລກປ່ຽນ, ແບ່ງປັນບົດຮຽນລະຫວ່າງສະພາແຫ່ງຊາດ 2 ປະເທດ. ສ່ວນທ່ານຫົວໜ້າຄະນະກຳມະການສູນກາງ ຮ່ວາງບິ່ງກວນ ຢືນຢັນຄວາມຕັດສິນໃຈສືບຕໍ່ປັບປຸງ ແລະ ຍູ້ແຮງການພົວພັນລະຫວ່າງ 2 ພັກ, 2 ລັດ, ເປີດກວ້າງການພົວພັນຮ່ວມມືຮອບດ້ານ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນໃຫ້ເໝາະສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງ 2 ປະເທດຫວຽດນາມ - Nicaragua.
ໃນຂອບເຂດການຢ້ຽມຢາມ, ທ່ານຫົວໜ້າຄະນະກຳມະການສູນກາງ ຮ່ວາງບິ່ງກວນ ໄດ້ມີການເຈລະຈາກັບທ່ານຫົວໜ້າຄະນະພົວພັນຕ່າງປະເທດພັກ FSLN Jacinto Suarez. 2 ຝ່າຍຢືນຢັນຄຳໝັ້ນສັນຍາສືບຕໍ່ຊຸກຍູ້ການປະຕິບັດຂໍ້ຕົກລົງເຊິ່ງ 2 ຝ່າຍໄດ້ລົງນາມຢ່າງມີປະສິດທິຜົນ.