ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc
ຕ້ອນຮັບທ່ານ Murray Mccully, ລັດຖະມົນຕີການຕ່າງປະເທດ New Zealand
(ພາບ: chinhphu.vn)
(vovworld) - ວັນທີ 8/11, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Murray Mccully, ລັດຖະມົນຕີການຕ່າງປະເທດ New Zealand ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຢ່າງຮອບດ້ານກັບ New Zealand ຍິ່ງກວ່າອີກ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນບັນດາຂົງເຂດຄື; ປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ…. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຫວັງວ່າ New Zealand ສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ ໃນວິວັດການເຈລະຈາເຂົ້າຮ່ວມສັນຍາຄູ່ຮ່ວມມືເຂດປາຊີຟີກ (TPP).