(vovworld) - ເນື່ອງໃນໂອກາດໄປຢ້ຽມຢາມ ອິນໂດເນເຊຍ ຕາມຄຳເຊື້ອເຊີນຂອງປະທານາທິບໍດີປະເທດເຈົ້າພາບ Susilo Bambang Yudhoyono, ວັນທີ 20/3, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ອາຊຽນ Surin Pitsuwan ທີ່ສຳນັກງານຄະນະເລຂາອາຊຽນຢູ່ນະຄອນຫຼວງ Jakarta. ທີ່ການພົບປະ, ການນຳ 2 ທ່ານໄດ້ເຫັນດີເປັນເອກະສັນກັນຖືວ່າ: ເຖິງວ່າຈະມີຄວາມຕ່າງກັນກ່ຽວກັບຂອບຂະໜາດ ແລະ ລະດັບຄວາມສັບສົນກໍຕາມ, ແຕ່ອາຊຽນ ແລະ ສະຫະປະຊາຊາດຍັງມີຫຼາຍຈຸດໝາຍລວມ ແລະ ມີຫຼາຍຂົງເຂດສາມາດເພີ່ມເຕີມໃຫ້ກັນໄດ້. ແລະນີ້ແມ່ນກາລະໂອກາດ ເພື່ອໃຫ້ 2 ອົງການແລກປ່ຽນແນວຄວາມຄິດ ແລະ ຮ່ວມມືກັນໃນຫຼາຍບັນຫາ. ການນຳ 2 ທ່ານໄດ້ຮັບຮູ້ບັນດາການແລກປ່ຽນຢ່າງຕັ້ງໜ້າລະຫວ່າງ 2 ຄະນະເລຂາ ນັບແຕ່ຈັດຕັ້ງກອງປະຊຸມສຸດຍອດອາຊຽນຢູ່ Bali ເມືອປີ 2011, ຕີລາຄາຢ່າງຕັ້ງໜ້າບັນດາການປ່ຽນແປງດ້ານປະຊາທິປະໄຕຢູ່ມຽນມາ, ປຶກສາຫາລືກ່ຽວກັບສະພາບການໃໝ່ທີ່ກ່ຽວຂ້ອງເຖິງການພິພາດຊາຍແດນລະຫວ່າງ ກຳປູເຈຍ ແລະ ໄທ, ຄວາມຄຶບໜ້າກ່ຽວກັບຂໍ້ລິ້ເລີ່ມຂອງອາຊຽນໃນການສ້າງຕັ້ງສະຖາບັນສັນຕິພາບ ແລະ ໄກ່ເກ່ຍອາຊຽນ.