ເພີ່ມທະວີການຮ່ວມມືປ້ອງກັນຊາດຫວຽດນາມ-ອິນໂດເນເຊຍ

ເພີ່ມທະວີການຮ່ວມມືປ້ອງກັນຊາດຫວຽດນາມ-ອິນໂດເນເຊຍ - ảnh 1
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂງ​ຊວນ​ລີກ ເຈ​ລະ​ຈາ​ກັບ
​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ ອິນ​ໂດ​ເນ​ເຊຍRyamizad Ryacudu
ພາບ:vov
(vovworld)- ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ອິນ​ໂດ​ເນ​ເຊຍ Ryamizad Ryacudu ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ແຕ່​ວັນ​ທີ 7-9/8. ຕອນ​ເຊົ້​າ​ວັນ​ທີ 8/8, ຢູ່ ຮ່າ​ໂນ້ຍ ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ, ເປັນ​ເອ​ກະ​ພາບ​ຕີ​ລາ​ຄາ​ການ​ພົວ​ພັນ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ສືບ​ຕໍ່​ພັດ​ທະ​ນາ, ບັນ​ລຸ​ໝາກ​ຜົນ​ຢ່າງ​ແທດ​ຈິງ.  ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ສືບ​ຕໍ່ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສ້າງ​ກົນ​ໄກ​ການ​ຕ່າງ​ປະ​ເທດ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ, ເພີ່ມ​ທະ​ວີ​ການ​ຮ່ວ​​ມມື​ທະ​ຫານ​ເຮືອ, ບຳ​ລຸງ​ສ້າງ, ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ມະ​ນຸດ​ສະ​ທຳ, ກູ້​ໄພ​, ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ, ຊຸກ​ຍູ້​ການ​ຮ່ວມ​ມື​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ. ສອງ​ຝ່າຍ​ສືບ​ຕໍ່​ທາບ​ທ່າມ​ຄຳ​ເຫັນ, ຮ່ວມ​ມື, ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ ແລະ ໃນ​ບັນ​ດາ​ບັນ​ຫາ​ສອງ​ຝ່າຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ພິ​ເສດ ແມ່ນ​ກົນ​ໄກ​ຮ່ວມ​ມື​ປ້ອງ​ກັນ​ຊາດ- ການ​ທະ​ຫານ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ