ເພີ່ມທະວີການຮ່ວມມືລະຫວ່າງກຳລັງກອງທັບເຮືອຫວຽດນາມ - ຍີ່ປຸ່ນ

ເພີ່ມທະວີການຮ່ວມມືລະຫວ່າງກຳລັງກອງທັບເຮືອຫວຽດນາມ - ຍີ່ປຸ່ນ - ảnh 1
(ພາບປະກອບ)

​(vovworld) – ວັນ​ທີ 16/04, 2 ກຳປັ່ນ​ຂອງ​ກຳລັງປ້ອງ​ກັນ​ຕົວ​ບົນ​ທະ​ເລ​ຍີ່ປຸ່ນ ລວມມີ​ກຳ່​ປັ່ນ KIRISAME ​ແລ​ະ ກຳ່​ປັ່ນ ASAYUKI, ​ໂດຍ​ພັນ​ເອກ Sygimoto Masaharu, ​ຜູ້​ບັນຊາ​ການ​ກອງ​ເຮືອ​ຮົບ​ໃຫຍ່​ເລກທີ 12 ​ເປັນ​ຫົວ​ໜ້າ​ຄະນະ, ພ້ອມ​ກັບ​ລູກ​ເຮືອ 500 ຄົນ (​ໃນ​ນັ້ນ​ມີພະນັກງານ, ​ນັກຮຽນ 60 ຄົນ) ​ໄດ້​ເຂົ້າທຽບທ່າ ຕຽນ​ຊາ, ນະຄອນ​ດ່າ​ນັ້ງ, ​ເລີ່​ມຕົ້ນການ​ຢ້ຽມຢາມ​ຫວຽດນາມ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່​ງປັນ​ບົດຮຽນ​ລະຫວ່າງ​ກຳລັງ​ກອງທັບ​ເຮືອ 2 ປະ​ເທດ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ໃນ​ລະຫວ່າງ​ວັນ​ທີ 15 – 19/04, ບັນດາ​ລູກ​ເຮືອ ​ແລະ ຄະນະ​ນັກຮຽນ​ຂອງ​ກຳ່​ປັ່ນກຳລັງປ້ອງ​ກັນ​ຕົວ​ບົນ​ທະ​ເລ​ຍີ່ປຸ່ນ ຈະ​ເຂົ້າ​ຢ້ຽມ​ຂໍ່ານັບ​ການ​ນຳ​ຄະນະ​ກຳ​ມະ​ການ​ປະຊາຊົນນະຄອນ​ດ່າ​ນັ້ງ, ກອງ​ບັນຊາ​ການ​ທະຫານ​ເຂດ 5 ​ແລະ ກອງ​ບັນຊາ​ການ​ເຂດ 3 ກອງທັບ​ເຮືອ; ຈັດ​ຕັ້ງ​ການ​ແລກປ່ຽນ​ວິຊາ​ສະ​ເພາະ​ຝຶກ​ອົບຮົມ​ລວມກ່ຽວ​ກັບ​​ການຕິດ​ຕໍ່​ສື່ສານ ​ພົບ​ປະແລກປ່ຽນ ​ແລະ ​ແຂ່ງ​ຂັນ​ກິລາ​ກັບ​ພະນັກງານ, ນັກຮົບ​ເຂດ 3 ກອງທັບ​ເຮືອ.

ຂ່າວ/ບົດ​ອື່ນ