(VOVWORLD) - ຕອນບ່າຍວັນທີ 18 ມັງກອນ, ທ່ານຮອງເລຂາຜູ້ປະຈຳການຄະນະພັກນະຄອນໂຮ່ຈິມິນ ເຕີ໋ດແທ່ງກາງ ໄດ້ໃຫ້ການຕ້ອນຮັບທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ Juan Carlos Marsan ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ.
ທ່ານຮອງເລຂາຜູ້ປະຈຳການຄະນະພັກນະຄອນໂຮ່ຈິມິນ ເຕີ໋ດແທ່ງກາງ ແລະ ທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ Juan Carlos Marsan
(ພາບ: TTXVN)
|
ທີ່ການຕ້ອນຮັບ, ທ່ານ ເຕີ໋ດແທ່ງກາງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກູບາ ແລະ ນະຄອນໂຮ່ຈິມິນ ຈະຄົ້ນຄວ້າຜັນຂະຫຍາຍບັນດາໂຄງການຮ່ວມມືໃນບັນດາຂົງເຂດເຊິ່ງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ, ທ່າແຮງຄື: ສາທາລະນະສຸກ, ກະສິກຳ, ເຕັກໂນໂລຊີສູງ…
ສ່ວນທ່ານ Juan Carlos Marsan ຢືນຢັນວ່າ, ກູບາ ຍາມໃດກໍ່ຖືເປັນສຳຄັນ, ພັດທະນາການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ.
ຕອນຄ່ຳວັນທີ 18 ມັງກອນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຫງວຽນແທ່ງຟອງ ໄດ້ໃຫ້ການຕ້ອນຮັບຜູ້ວ່າການແຂວງ Ehime, ປະເທດຍີ່ປຸ່ນ ທ່ານ Nakamura ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ. ທີ່ການຕ້ອນຮັບ ທ່ານ ຫງວຽນແທ່ງຟອງ ເນັ້ນໜັກວ່າ, ບົນພື້ນຖານຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຄວາມຕ້ອງການຂອງ 2 ທ້ອງຖິ່ນ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນຍູ້ແຮງການຮ່ວມມືດ້ານເສດຖະກິດ, ເປັນຕົ້ນແມ່ນໃນຂົງເຂດເຊິ່ງແຂວງ Ehime ມີຄວາມສາມາດບົ່ມຊ້ອນ ແລະ ນະຄອນມີຄວາມສົນໃຈພັດທະນາ; ພ້ອມທັງເພີ່ມທະວີການຮ່ວມມືດ້ານການສຶກສາ, ແບ່ງປັນບົດຮຽນໃນການຄຸ້ມຄອງ, ມຸ່ງໄປເຖິງການພັດທະນາແບບຍືນຍົງລະຫວ່າງ 2 ທ້ອງຖິ່ນ.