(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຂອງສູນກາງພັກກອມມູນິດ ຫວຽດນາມ, ຄະນະຜູ້ແທນພັກກອມມູນິດ ອິນເດຍ (CPI) ໂດຍທ່ານ Sudhakar Reddy, ເລຂາທິການໃຫຍ່ພັກ CPI ນຳໜ້າໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 23 -29/5. ຕອນບ່າຍວັນທີ 28/5, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບ ແລະ ແລກປ່ຽນຢ່າງສະໜິດສະໜົມກັບຄະນະ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊົມເຊີຍຄະນະຜູ້ແທນພັກກກອມມູນິດ ອິນເດຍມາຢ້ຽມຢາມ ຫວຽດນາມ, ຖືນີ້ເປັນຂີດໝາຍສຳຄັນ ແລະ ປະກົດການທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດ, ຂອບໃຈພັກກອມມູນິດ ອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນ ຫວຽດນາມ ໃນການຕໍ່ສູ້ກ່ອນນີ້ ກໍ່ຄືບັນດາການເຄື່ອນໄຫວສາມັກຄີ, ມິດຕະພາບກັບ ຫວຽດນາມ ໃນປະຈຸບັນ. ທ່ານເລຂາທິການໃຫຍ່ ລາຍງານສັງລວມບັນດາເຫດການສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 11 ພັກກອມມູນິດ ຫວຽດນາມ, ກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງ ຫວຽດນາມ, ບັນດາແຜນນະໂຍບາຍໃຫຍ່ໃນການພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ຫວັງວ່າ: ພັກກອມມູນິດ ອິນເດຍ ດ້ວຍບົດບາດສຳຄັນບົນເວທີການເມືອງ ອິນເດຍ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການປັບປຸງການພົວພັນຮ່ວມມືຫຼາຍດ້ານ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນເດຍ ກ່ວາອີກ.
ກ່ອນໜ້ານັ້ນ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຮ່ວາງບິ່ນກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ເປັນຫົວໜ້າຄະນະໄດ້ມີການເຈລະຈາກັບຄະນະຜູ້ແທນພັກກອມມູນິດ ອິນເດຍ. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການອັນລະອຽດເພື່ອເພີ່ມທະວີການພົວພັນລະຫວ່າງ 2 ພັກ, 2 ລັດໃນອະນາຄົດໃກ້ໆນີ້. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ຄະນະຜູ້ແທນພັກກອມມູນິດ ອິນເດຍ ໄດ້ເຂົ້າສຸສານໄຫວ້ອາໄລປະທານ ໂຮ່ຈີມິນ, ຢ້ຽມຢາມ ເຮືອນຢູ່ ແລະ ບ່ອນເຮັດວຽກຂອງເພີ່ນ ກໍ່ຄືໄປຢ້ຽມຢາມສະຖານທີ່ຈຳນວນໜຶ່ງຢູ່ ພາກເໜືອ - ພາກໃຕ້.