ເລຂາທິການໃຫຍ່ພັກອມມູນິດ ອີຕາລີ ຢ້ຽມຢາມ ຫວຽດນາມ

(VOVWORLD) - ຄະນະຜູ້ແທນຂັ້ນສູງພັກກອມມູນິດ ອີຕາລີ ໂດຍທ່ານເລຂາທິການໃຫຍ່ Mauro Alboresi ເປັນຫົວໜ້າຄະນະ, ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 16 – 23 ກໍລະກົດ 2017. 

ເລຂາທິການໃຫຍ່ພັກອມມູນິດ ອີຕາລີ ຢ້ຽມຢາມ ຫວຽດນາມ - ảnh 1

ທ່ານເລຂາທິການໃຫຍ່ Mauro Alboresi ແລະ ທ່ານ ຫວໍວັນເຖືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ

ຕອນເຊົ້າວັນທີ 19 ກໍລະກົດ, ທີ່ສຳນັກງານສູນກາງພັກ, ທ່ານ ຫວໍວັນເຖືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຕ້ອນຮັບຄະນະ.  ທ່ານເລຂາທິການໃຫຍ່ Mauro Alboresi ສະແດງຄວາມເບີກບານມ່ວນຊື່ນເປັນຄັ້ງທຳອິດໄດ້ມາຢ້ຽມຢາມ ຫວຽດນາມ, ຖືວ່າ ບັນດາຜົນງານຂອງ ຫວຽດນາມ ບັນລຸໄດ້ໃນ 30 ປີແຫ່ງການປ່ຽນໃໝ່ ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງສຳລັບນັກກອມມູນິດ ອີຕາລີ. ທ່ານເລຂາທິການໃຫຍ່ Mauro Alboresi ກໍ່ຢືນຢັນວ່າ: ພັກ ກອມມູນິດ ອີຕາລີ ຈະມານະພະຍາຍາມເຄື່ອນໄຫວ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ 2 ພັກ, 2 ລັດ, ລະຫວ່າງປະຊາຊົນ ອີຕາລີ ແລະ ປະຊາຊົນ ຫວຽດນາມ ໃນໄລຍະຈະມາເຖິງ.

        ສ່ວນທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ໄດ້ເນັ້ນໜັກແຜນນະໂຍບາຍຖືເປັນສຳຄັນ ແລະ ບຸລິມະສິດການພົວພັນກັບບັນດາພັກອ້າຍນ້ອງ, ເພື່ອນມິດທີ່ເປັນມູນເຊື້ອ, ເປີດກ້ວາງການພົວພັນກັບບັນດາພັກການເມືອງສຳຄັນຢູ່ພາຍໃນປະເທດ, ຢືນຢັນພັກກອມມູນິດ ຫວຽດນາມ ປາດຖະໜາຢາກຮັກສາ ແລະ ປັບປຸງການພົວພັນກັບພັກກອມມູນິດ ອີຕາລີ ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ