ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດສູນກາງພັກຈີນ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດສູນກາງພັກຈີນ - ảnh 1

​​​ເລຂາທິການ​ໃຫຍ່ຫງວຽນ​ຟູ໋ຈ້ອງ​ຕ້ອນຮັບ​ຫົວໜ້າ​ຄະນະ​ຕິດ​ຕໍ່​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ຈີນ

(ພາບ: Trí Dũng/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 19/12, ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໃຫ້​ການ​ຕ້ອນຮັບ​ທ່ານ ຫວາງ​ເຢຍ​​ໄຮ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ຄະນະ​ກຳມະການຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ຈີ​ນ, ຫົວໜ້າ​ຄະນະ​ຕິດ​ຕໍ່​ພົວພັນຕ່າງປະ​ເທດ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຜູ້​ແທນ​ພັກ​ກກອມ​ມູນິດ ຈີນ, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ແຕ່​ວັນ​ທີ 18 – 22/12.

    ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້​ຂອງ​ຄະນະ​ແມ່ນ​ບາດກ້າວ​ສືບ​ຕໍ່​ຫັນ​​ເປັນ​ລະອຽດ, ພັດທະນາ​ການ​ພົວພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ”. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ລະຫວ່າງ 2 ພັກ​ມີບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດຮອບດ້ານ ຫວຽດນາມ - ຈີນ, 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ, ການ​ຮ່ວມ​ມື​ລະຫວ່າງ​ບັນ​ດາ​ອົງການ​ຂອງ​ພັກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວຽກ​ງານ​ທິດ​ສະ​ດີ, ບຳລຸງ​ສ້າງ​ພະນັກງານ, ​ແລກປ່ຽນ​ບົດຮຽນ​ໃນ​ການ​ກໍ່ສ້າງ​ພັກ, ຄຸ້ມ​ຄອງ​ລັດ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ​ຮ່ວາງ​ບິ່ງ​ກວນ, ກຳມະກາ​ນສູນ​ກາງ​ພັກ, ຫົວ​ໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ເປັນ​ຫົວໜ້າ​ຄະ​ນະ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຈີນ ​ໂດຍ​ທ່ານ ຫວາງ​ເຢຍ​​ໄຮ ​ເປັນ​ຫົວໜ້າ​ຄະນະ.

 



ຂ່າວ/ບົດ​ອື່ນ