ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງສິ້ນສຸດການຢ້ຽມຢາມຍີ່ປຸ່ນເປັນທາງການຢ່າງຈົບງາມ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງສິ້ນສຸດການຢ້ຽມຢາມຍີ່ປຸ່ນເປັນທາງການຢ່າງຈົບງາມ - ảnh 1
( ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ​
ທ່ານ​ນາຍົກລັດ​ຖະມົນຕີ Shinzo Abe )

(vovworld) –​​​ ​ ​ ສິ້ນ​ສຸດ​ການ​ຢ້ຽ​ມຢາມ​ແຂວງ Kanagawa, ທ້າຍຕອນ​ແລງ​ວັນ​ທີ 18/9 ຕາມ​ເວລາ ຍີ່ປຸ່ນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ເດີນທາງ​ກັບ​ເມືອ​ປະ​ເທດ. ສິ້ນ​ສຸດ​ການ​ຢ້ຽມຢາມ ຍີ່ປຸ່ນເປັນ​ທາງ​ການ​ ຕາມຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດ​ຖະມົນຕີ Shinzo Abe ຢ່າງຈົບງາມ.

        ເດີນທາງອອກ​ຈາກ ຍີ່ປຸ່ນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສົ່ງ​ໂທລະ​ເລກ​​ຂອບ​ໃຈ​ເຖິງ​ທ່ານ​ນາຍົກລັດຖະມົນຕີ Shinzo Abe. ​ໃນ​ໂທລະ​ເລກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຊື່ອ​ໝັ້ນ​ວ່າ: ໝາກຜົນຕັ້ງໜ້າ​ທີ່​ສຸດ ​ຂອງ​ການ​ຢ້ຽ​ມຢາມ​ຄັ້ງ​ນີ້ ຈະປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ນ້ຳ​ໃຈມິດຕະພາບ, ຊຸກຍູ້​ຢ່າງຮອບດ້ານ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເລິກ​ເຊິ່ງກ່ວາອີກ ​ເພື່​ອຄວາມ​ວັດທະນາ​ຖາວອນ​ລວມຂອງ 2 ຊາດ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ ​​ແລະ ຄວາມ​ຈະເລີນຮຸງເຮືອງ​ຢູ່ ອາຊີ.

ຂ່າວ/ບົດ​ອື່ນ