ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງແລະປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍ
ຫວູຢູຍ-ຮ່ວາງຢູ້ງ,ນັກຂ່າວVOV -  
ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ແລະ ປະທານສະພາແຫ່ງຊາດ ກຳປູເຈຍ
|
(vovworld) - ຕອນເຊົ້າວັນທີ 28/3, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ Samdech Heng Samrin, ມາເຂົ້າຮ່ວມກອງປະຊຸມ IPU 132, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ: IPU 132 ໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ ແມ່ນໜຶ່ງໃນບັນດາເຫດການການເມືອງການຕ່າງປະເທດອັນໃຫຍ່ຫຼວງ, ມີຄວາມໝາຍສຳຄັນທີ່ສຸດສຳລັບ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ຢັ້ງຢືນແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດສຳລັບໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຄາວນານກັບລາຊະອານາຈັກ ກຳປູເຈຍ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.
ສ່ວນທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ຕີລາຄາສູງ ແລະ ອວຍພອນ ຫວຽດນາມ ໃນການເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ IPU 132 ແລະ ເຊື່ອໝັ້ນວ່າ IPU 132 ຈະບັນລຸຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຕັ້ງໜ້າເຂົ້າໃນການປະຕິບັດບັນດາຈຸດໝາຍລວມຂອງ IPU.
ແລະກໍ່ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕີນຊາງ ກໍ່ໃດ້ຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin . ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອກັບ ກຳປູເຈຍ. 2 ຝ່າຍຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ໃນນັ້ນມີການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດເພື່ອການພັດທະນາຂອງແຕ່ລະປະເທດ, ຂອງພາກພື້ນ ແລະ ໃນໂລກ. ສ່ວນທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ຕີລາຄາສູງເລື່ອງ ຫວຽດນາມ ກະກຽມຢ່າງລອບຄອບທີ່ຖ້ວນເພື່ອຜົນສຳເລັດຂອງກອງປະຊຸມໃຫຍ່ IPU 132 ແລະ ເຊື່ອໝັ້ນວ່າ,ຜ່ານກອງປະຊຸມໃຫຍ່ຄັ້ງນີ້, ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ນັບມື້ນັບສູງຂຶ້ນໃນເວທີສາກົນ.
ຫວູຢູຍ-ຮ່ວາງຢູ້ງ,ນັກຂ່າວVOV