ເລີ່ມປະຕິບັດຂໍ້ລິເລີ່ມຮ່ວມ ຫວຽດນາມ-ຍີ່ປຸ່ນໄລຍະ6
ກອງປະຊຸມຂໍ້ລິເລີ່ມຫວຽດນາມ - ຍີ່ປຸ່ນ
ພາບ:tinnhanhchungkhoan
|
(vovworld)- ຕອນບ່າຍວັນທີ 22/8 ຢູ່ ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ສົມທົບກັບສະຖານທູດ ຍີ່ປຸ່ນ ປະຈຳຫວຽດນາມ ແລະ ຄະນະກຳມະການເສດຖະກິດ ຫວຽດນາມ - ຍີ່ປຸ່ນ ຈັດຕັ້ງກອງປະຊຸມຂັ້ນສູງຄະນະກຳມະການຕີລາຄາ ແລະ ຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ ໄລຍະ 6. ຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ ເລີ່ມປະຕິບັດແຕ່ເດືອນ 4/2003. ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບຕໍ່ເນື້ອໃນແຜນການດຳເນີນງານ ຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ ໄລຍະ 6 ລວມມີ: 7 ໝວດບັນຫາ ດ້ວຍ 7 ລາຍການກ່ຽວຂ້ອງເຖິງ: ແຮງງານ, ເງິນເດືອນ, ການບໍລິການ logistic ການຂົນສົ່ງ, ບໍລິການ, ຫນູນຊ່ວຍວິສາຫະກິດຂະຫນາດກາງ ແລະ ນ້ອຍ, ຈຳຫນ່າຍການຢາ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ. ເວລາໃນການຜັນຂະຫຍາຍ ໄລຍະ 6 ແມ່ນ 17 ເດືອນ, ແມ່ນເລີ່ມແຕ່ວັນທີ 22/8/2016 ຮອດກາງປີ 2017.