ເລີ່ມເຄື່ອນໄຫວໂຄງການ“ໜູນຊ່ວຍການປັບປຸງລະບົບນະໂຍບາຍໜູນຊ່ວຍສັງຄົມ”

ເລີ່ມເຄື່ອນໄຫວໂຄງການ“ໜູນຊ່ວຍການປັບປຸງລະບົບນະໂຍບາຍໜູນຊ່ວຍສັງຄົມ” - ảnh 1
ພາບປະກອບ

(vovworld) – ​ໂຄງການ “ໜູນ​ຊ່ວຍ​ການ​ປັບປຸງ​ລະບົບ​ນະ​​ໂຍບາຍ​ໜູນ​ຊ່ວຍ​ສັງຄົມ” ​ໄດ້​ເລີ່​ມ​​ເຄື່ອ​ນ​ໄຫວ​ຢູ່ ຮ່າ​ໂນ້ຍ​ໃນ​ວັນ​ທີ 19/2. ​ໂຄງການ​ໂດຍ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ແລະ ​ອົງການ​​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດ​ທະນາ (UNDP) ສົມທົບ​ກັນ​ຈັດ​ຕັ້ງ. ​ໂຄງການ “ໜູນ​ຊ່ວຍ​ການ​ປັບປຸງ​ລະບົບ​ນະ​​ໂຍບາຍ​ໜູນ​ຊ່ວຍ​ສັງຄົມ” ​ຈະ​ຮັບ​ການ​ປະຕິບັດ​ຮອດ​ເດືອນ 6/2016 ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ຈຸດໝາຍ​ຂອງ​ມະຕິ​ສູນ​ກາງ​ພັກ ຄັ້ງ​ທີ 5 (ຊຸດ​ທີ 11) ກ່ຽວ​ກັບ​ບາງ​ບັນຫາ​ນະ​ໂຍບາຍ​ສັງຄົມ​ໄລຍະ 2012 – 2020. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ຜ່ານ​ເລື່ອງ​ບູລະນະລະບົບ​​ໜູນ​ຊ່ວຍສັງຄົມ​, ຈະ​ເປີດ​ກ້ວາງ​ເປົ້າ​ໝາຍຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ໂຄງການ, ຍົກ​ສູງ​ລະດັບ​ການ​ໜູນ​ຊ່ວຍ​ສັງຄົມ, ສ້າງ, ປັບປຸງ​ກົນ​ໄກ​ເຄື່ອນ​ໄຫວ​ຂອງ​ລະບົບ​​ໜູນ​ຊ່ວຍ​ສັງຄົມ, ຮັບປະກັນ​ການຊ່ວຍ​ເຫຼືອ​ຢ່າງ​ທັນ​ການຖືກ​ກັບ​ຄວາມ​ຕ້ອງການ ​ແລະ ຖືກ​ກັບ​ເປົ້າ​ໝາຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ​ໃນ​ປີ 2014, ​ໂຄງການ​ປະຕິບັດ​ບັນດາ​ການ​ຄົ້ນ​ຄ້ວາ​ກຳນົດ​ສິ່ງ​ທີ່​ຖືກຈຳກັດ​ໃນ​ການກ​ຳນົດ​​ເປົ້າ​ໝາຍ, ລະດັບ​ໜູນ​ຊ່ວຍ.​.​.​

ຂ່າວ/ບົດ​ອື່ນ