ເວທີປາໄສAFRຄັ້ງທີ21ອອກຖະແຫຼງການປະທານກ່ຽວກັບໝາກຜົນຂອງກອງປະຊຸມ
ບັນດາລັດຖະມົນຕີການຕ່າງປະເທດເຂົ້າຮ່ວມກອງປະຊຸມ
(ພາບ: AFP/TTXVN)
(vovworld) – ວັນທີ 10/8, ບັນດາລັດຖະມົນຕີການຕ່າງປະເທດ ແລະ ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 21 (AFR 21) ອອກຖະແຫຼງການປະທານກ່ຽວກັບບັນດາໝາກຜົນແຫ່ງການປຶກສາຫາລືຂອງກອງປະຊຸມ. ຖະແຫຼງການປະທານ AFR 21 ອີກເທື່ອໜຶ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ AFR ຄືດັ່ງເວທີປາໄສການເມືອງ ແລະ ຄວາມໝັ້ນຄົງຕົ້ນຕໍເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນຜ່ານການເຈລະຈາ ແລະ ການຮ່ວມມື. ບັນດາລັດຖະມົນຕີການຕ່າງປະເທດໄດ້ສະໜັບສະໜູນບົດບາດແກ່ນສານຂອງ ອາຊຽນ ໃນການກຳນົດທິດວິວັດທະນາການຮ່ວມມືຂອງ AFR ກັບບັນດາຜູ້ຕາງໜ້າເຂົ້າຮ່ວມ. ຖະແຫຼງການປະທານ AFR ກໍ່ໄດ້ຊີ້ແຈ້ງບັນດາບັນຫາພາກພື້ນ ແລະ ສາກົນທີ່ໄດ້ນຳມາປຶກສາຫາລືທີ່ເວທີປາໄສ, ຄືສະພາບການໃນແຫຼມ ເກົາຫຼີ, ຢູແກຼນ, ຕາເວັນອອກກາງ, ບັນດາບັນຫານິວເຄຼຍ ແລະ ການທ້າທາຍກັບອາດຊະຍາກຳຂ້າມຊາດອື່ນໆ.
ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີເນັ້ນໜັກຕ້ອງປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ທາບທາມຄວາມເຫັນກ່ຽວກັບປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງຕັ້ງໜ້າ. ຖະແຫຼງການເນັ້ນໜັກເຖິງຄວາມສຳຄັນຂອງມາດຕະການແກ້ໄຂການຂັດແຍ້ງດ້ວຍສັນຕິວິທີໂດຍອີງໃສ່ບັນດາຫຼັກການທີ່ໄດ້ຮັບຮອງຢ່າງກ້ວາງຂວາງຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS). ຖະແຫຼງການຮຽກຮ້ອງທຸກໆຝ່າຍກ່ຽວຂ້ອງລະງັບໃຈ, ຫຼີກລ້ຽງບັນດາການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.