ເວທີປາໄສຕຳຫຼວດຈະລາຈອນອາຊຽນຄັ້ງທີ1

ເວທີປາໄສຕຳຫຼວດຈະລາຈອນອາຊຽນຄັ້ງທີ1 - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ໂຕ​ເລີມ
ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ
(ພາບ: cand.com.vn)

(vovworld) - ​​​ ​​ ເວ​ທີ​ປາ​ໄສຕຳ​ຫຼ​ວດ​ຈໍ​ລະ​ຈອນ​ອາ​ຊຽນ​ ຄັ້ງ​ທີ 1 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/11, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ໂຕ​ເລີມ ຊີ້​ແຈ​້​ງວ່າ ເວ​ທີ​ປາ​ໄສຕຳ​ຫຼ​ວດ​ຈະ​ລາ​ຈອນບັນ​ດາ​ປະ​ເທດ​ອາ​ຊຽນ ແມ່ນ​ມີ​ຄວາມ​ຈຳ​ເປັນ ເພື່​ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື,  ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ການ​ຂົນ​ສົ່ງ​ຜ່ານ​ຊາຍ​ແດນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ.

        “ສຳ​ລັບ​ເວ​ທີ​ປາ​ໄສ​ນີ້, ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ກຳ​ລັງ​ຕຳ​ຫຼວດ​ຈະ​ລາ​ຈອນ​ບັນ​ດາ​ປະ​ເທດ ​ຈົ່ງຕັ້ງ​ໜ້າແລກ​ປ່ຽນ​ບົດ​ຮຽນ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ແກ້​ໄ​ຂ​ເພື່ອ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນ​າ​ຄົມ, ການ​ຈັດ​ຂັ້ນ​ປະ​ຕິ​ບັດ​ໜ້າ​ທີ່​​ຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອ​ດ​ໄພ​ທາງ​ຄົມ​ມະ​ນາ​ຄົມ. ບັນ​ດາ​ບັນ​ຫາ​ຮ່ວມ​ມື ແລະ ນຳ​ເຂົ້າ​ເນື້ອ​ໃນ​​ປຶກ​ສາ​ຫາ​ລື​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຂອງ​ເວ​ທີ​ປາ​ໄສ​ນີ້ ແມ່ນ​ເພື່ອ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບ​ຽບ​ຮຽບ​ຮ້ອຍ, ຄວາມ​ປອ​ດ​ໄພ​ທາງ​ຄົມ​ມະ​ນາ​ຄ​ົມ​ຂອງ​ແຕ່​ລະ​ປະ​ເທດ ກໍ​ຄື​ຂອງ​ພາກ​ພື້ນ​ອາ​ຊຽນ”.

        ທີ່​ເວ​ທີ​ປາ​ໄສ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື, ແນະ​ນຳ​ກ່ຽວ​ກັບ​ຮູບ​ແບບ​ຈັດ​ຕ​ັ້ງ, ບົດ​ບາດ​ໜ້າ​ທີ່, ສິດ​ຂອງ​ຕຳ​ຫຼວດ​ຈະ​ລາ​ຈອນ​ບັນ​ດາ​ປະ​ເທດ, ກົດ​ໝາຍ​ວ່າ​ດ້ວຍ​ຄົມ​ມະ​ນາ​ຄົມ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽ​ນ…

ຂ່າວ/ບົດ​ອື່ນ