ເວທີປາໄສນະໂຍບາຍກົດໝາຍຊຸກຍູ້ການຮ່ວມມືລົງທຶນ, ການຄ້າ ຫວຽດນາມ - ຈີນ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີແນະເນື້ອໃນຈຳນວນໜຶ່ງ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ຈີນ
ເວທີປາໄສນະໂຍບາຍກົດໝາຍຊຸກຍູ້ການຮ່ວມມືລົງທຶນ, ການຄ້າ ຫວຽດນາມ - ຈີນ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ເວທີປາໄສ)

          ຕອນເຊົ້າວັນທີ 12 ເມສາ, ຢູ່ນະຄອນ ຄຸນໝິງ, ແຂວງ ຢຸນໜານ, ຈີນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມເວທີປາໄສນະໂຍບາຍກົດໝາຍຊຸກຍູ້ການຮ່ວມມືລົງທຶນ, ການຄ້າ ຫວຽດນາມ - ຈີນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນວິສາຫະກິດ 2 ປະເທດກວ່າ 450 ຄົນ. 

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີແນະເນື້ອໃນຈຳນວນໜຶ່ງ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ຈີນ, ຄື: ຍູ້ແຮງການເຊື່ອມຕໍ່ຍຸດທະສາດພັດທະນາ, ຜັນຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມໃນການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໃນໄລຍະຜ່ານມາຢ່າງວ່ອງໄວ, ມີປະສິດທິຜົນ, ແຜນການກະທຳໄລຍະ 2023 – 2026 ຜັນຂະຫຍາຍບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ອຳນາດການປົກຄອງປະຊາຊົນແຂວງ ຢຸນໜານ (ຈີນ) ກ່ຽວກັບເລື່ອງ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ບົດບັນທຶກຊ່ວຍຈຳກ່ຽວກັບເລື່ອງເພີ່ມທະວີການຮ່ວມມືໜູນຊ່ວຍພັດທະນາທາງລົດໄຟຂ້າມຊາຍແດນ… ນີ້ແມ່ນບັນດາໂຄງການສຳຄັນເພື່ອຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນການຄ້າລະຫວ່າງ 2 ຝ່າຍ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຢືນຢັນວ່າ:

        “ສະພາແຫ່ງຊາດ ຫວຽດນາມ ໄດ້ ແລະ ຈະຮ່ວມເດີນທາງພ້ອມກັບທັງລະບົບການເມືອງ ເພື່ອປະກາດໃຊ້ບັນດານະໂຍບາຍໃຫ້ສອດຄ່ອງ, ສ້າງກອບນິຕິກຳໃຫ້ໂປ່ງໃສ, ຍຸຕິທຳ, ຮອບດ້ານ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດເວົ້າລວມ ແລະ ວິສາຫະກິດ ຈີນ ເວົ້າສະເພາະ ດຳເນີນທຸລະກິດຢ່າງສະດວກ, ບັນລຸຜົນສຳເລັດຢູ່ ຫວຽດນາມ. ພວກເຮົາພ້ອມກັນຫັນບັນດາຜົນງານໃໝ່, ເນື້ອໃນໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເປັນລະອຽດ”.

        ທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ບັນດາຜູ້ແທນຂອງ 2 ປະເທດ ໄດ້ເປັນສັກຂີພິຍານເລື່ອງບັນດາວິສາຫະກິດລົງນາມໃນບົດບັນທຶກຊ່ວຍຈຳ, ຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດ, ຄື: ການບິນ, ການເງິນ, ການອອກແບບຜະລິດລະບົບ robot…

ເວທີປາໄສນະໂຍບາຍກົດໝາຍຊຸກຍູ້ການຮ່ວມມືລົງທຶນ, ການຄ້າ ຫວຽດນາມ - ຈີນ - ảnh 2(ທ່ານປະທານສະແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມໂຄງການດີເດັ່ນກ່ຽວກັບເຕັກໂນໂລຊີສູງ)

        ຕອນບ່າຍວັນທີ 12 ເມສາ, ຢູ່ແຂວງ ຢຸນໜານ, ທ່ານປະທານສະແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມໂຄງການດີເດັ່ນກ່ຽວກັບເຕັກໂນໂລຊີສູງຢູ່ສູນການບໍລິການປະດິດຄິດສ້າງກະສິກຳສີຂຽວ ອີນທຽນຄວາ ຂຶ້ນກັບກຸ່ມບໍລິສັດ ອີນທຽນຄວາ, ແຂວງ ຢຸນໜານ ແລະ ສູນແລກປ່ຽນຂາຍປະມູນລາຄາຕົ້ນໄມ້ປະດັບ ຄຸນໝິງ.

        ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນກາກນຢ້ຽມຢາມ ສປ. ຈີນ ຢ່າງເປັນທາງການ, ແຕ່ວັນທີ 07 – 12 ເມສາ, ຕາມຄຳເຊີນຂອງທ່ານ ຈ້າວເລີ້ຈີ້  ປະທານ ຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ