ເວທີປາໄສວິສາຫະກິດຫວຽດນາມ-ກຳປູເຈຍ2016

ເວທີປາໄສວິສາຫະກິດຫວຽດນາມ-ກຳປູເຈຍ2016 - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 22/9, ຢູ່​ນະ​ຄອນຫຼວງ ພະ​ນົນ​ເປັນ, ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ສະ​ຖານ​ທູດ ຫວຽດ​ນາມ ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນ​ຢູ່ ກ​ຳ​ປູ​ເຈຍ ໄດ້​ຈັດ​ຕັ້ງ​ເວ​ທີ​ປ​າ​ໄສ ຫວຽດ​ນາມ - ກຳ​ປູ​ເຈຍ 2016. ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສມີ​ຜູ້​ແທນ​ກ່​ວາ 200 ຄົນ​ທີ່​ມາ​ຈາກ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ແຂວງ, ນະ​ຄອນ, ບັນ​ດາ​ວິ​ສາ​ຫະ​ກິດ…ຂອງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເຂົ້າ​ຮ່ວມ. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ເວ​ທີ​ປາ​ໄສ, ທ່ານ ແທກ​ຢື, ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ເນັ້ນ​ໜ​ັກ​​ເຖິງການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສະ​ໜິດ​ຕິດ​ພັນ​ກ​່ຽວ​ກັບ​ດ້ານ​ພູມ​ສາດ, ຄວາມ​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ຂອງ​ລັດ​ຖະ​ບານ 2 ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ. ປະ​ຈຸ​ບັນ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ແຖວ​ໜ້າ​ຂອງກ​ຳ​ປູ​ເຈຍ ດ້ວຍ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃນ​ປີ 2015 ບັນ​ລຸ 3,4 ຕື້USD. ຫວຽດ​ນາມ ມີ 182 ໂຄ​ງ​ການ​ລົງ​ທຶນຢ​ູ່ ກຳ​ປູ​ເຈຍ ດ້ວຍຍອດ​ທຶນ​ຈົດ​ທະ​ບຽນ​ແມ່ນ 2,85 ຕື້ USD. ຫວຽດ​ນາມ ກໍ່​ແມ່ນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ໄປ​ຢ້​ຽມ​ຢາມ ກຳ​ປູ​ເຈຍ ດ້ວຍ​ປະ​ມານ 900.000 ເທື່​ອ​ຄົນ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ